ຊາວບ້ານບາງສ່ວນ ຍັງຖ້າຄ່າຊົດເຊີຍ
2012.05.24

ໂຄງການ ເຂດເສຖກິດ ສະເພາະ ຫົວຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ເມືອງທ່າແຂກ ແຂວງຄໍາມ່ວນ ທີ່ທາງຣັຖບານ ໄດ້ອະນຸມັດ ໃຫ້ເລີ້ມ ການກໍ່ສ້າງ ເມື່ອສັປດາ ຜ່ານມາ ຊຶ່ງໄດ້ເອົາດິນ ບາງສ່ວນຂອງ ປະຊາຊົນ ເພື່ອໃຊ້ໃນການ ກໍ່ສ້າງນັ້ນ ມີຊາວບ້ານ ບາງສ່ວນ ທີ່ຕ້ອງໄດ້ ໂຍກຍ້າຍນັ້ນ ຍັງບໍ່ທັນ ຮັບຄ່າຊົດເຊີຍເທື່ອ ຍ້ອນຄວາມຊັກຊ້າ ຊື່ງໂຄງການ ໄດ້ໄປກວມ ເອົາດິນ ຂອງຊາວບ້ານ ຕື່ມອີກ. ເຈົ້າໜ້າທີ່ ຮັບຜິດຊອບ ໂຄງການ ຜູ້ນຶ່ງເວົ້າວ່າ:
"ມີຈໍານວນນຶ່ງ ຂອງຊາວບ້ານ ກໍກໍາລັງ ຊົດເຊີຍ ເຈຣະຈາ ກັນຊິເອົາມາເປັນ ຂອງຣັຖໝົດ ເກືອບໝົດ ບາງອັນຍັງບໍ່ທັນ ເວນຄືນກໍມີ ແຕ່ວ່າເພິ່ນ ສງວນໃຫ້ເປັນ ຂອງຣັຖໝົດ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ພື້ນທີ່ໂຄງການ ເສຖກິດສະເພາະ ຮວມທັງຂົວ ເປັນດິນຣັຖ ແລະຊາວບ້ານ ມີໜ້າກວ້າງ 1,035 ເຮັກຕາ. ພື້ນທີ່ເຂດ ເສຖກິດສະເພາະ ໄດ້ມີນັກລົງທຶນ ຈາກຈີນ ແລະ ວຽດນາມ ຈໍານວນ ຫລາຍເຂົ້າມາຈອງ ເພື່ອເຮັດ ທຸຣະກິດລົງທຶນ. ສ່ວນການຊົດເຊີຍ ຂອງຣັຖບານ ໃຫ້ປະຊາຊົນ ຮອດປັດຈຸບັນ ຍັງບໍ່ມີ ການຂັດແຍ່ງ ຫຍັງເທື່ອ.
ໃນເວລາດຽວກັນ ຊາວເມືອງທ່າແຂກ ຜູ້ນຶ່ງ ໄດ້ສແດງ ຄວາມຄິດເຫັນ ກ່ຽວກັບການ ສ້າງໂຄງການ ເຂດເສຖກິດສະເພາະ ແລະ ການຊົດເຊີຍ ເງິນຄືນໃຫ້ ຊາວບ້ານວ່າ ຄວນເຮັດໄປ ຢ່າງຈິງຈັງ ແລະ ໃຫ້ເປັນທັມ ແກ່ຜູ້ທີ່ ໄດ້ເສັຍສະລະ ໂຍກຍ້າຍ. ດັ່ງທ່ານເວົ້າວ່າ:
"ກໍບໍ່ຮູ້ເຣື່ອງ ຂອງຂະເຈົ້າ ແຕ່ຖ້າເອົາດິນ ຊາວບ້ານເຂົາ ກໍຕ້ອງເສັຍເງິນໃຫ້ ກະບໍ່ຮູ້ ຂະເຈົ້າ ຈັດສັນແນວໃດ"
ກ່ຽວກັບ ໂຄງການນີ້ ທາງການ ກໍບໍ່ໄດ້ໃຫ້ ລາຍລະອຽດ ວ່າມີ ຈັກຄອບຄົວ ທີ່ຕ້ອງໄດ້ໂຍກຍ້າຍ ແລະ ໄດ້ຮັບການຊົດເຊີຍ ເງິນໄປແລ້ວ ແລະຄ່າຊົດເຊີຍນັ້ນ ຕົກເປັນເງິນ ເທົ່າໃດ. ສ່ວນໃນພື້ນທີ່ ຂອງການກໍ່ສ້າງ ທາງການ ໄດ້ນໍາເອົາ ລະບົບ ນໍ້າປະປາ ແລະໄຟຟ້າ ເຂົ້າມາແລ້ວ ແລະ ນັກລົງທຶນ ກໍໄດ້ເລີ້ມ ການກໍ່ສ້າງ ແດ່ແລ້ວ.