ທ່ານ Kim Yong-namຜູ້ນໍາອັນດັບ 2 ຂອງ ເກົາຫລີເໜືອໄດ້ເດີນທາງ ມາຢ້ຽມຢາມ ວຽດນາມ ແລະ ລາວ ໂດຍມີການ ຄາດຄະເນວ່າ ເກົາຫລີເໜືອ ຊຶ່ງເປັນປະເທດ ທີ່ປິດຕົນເອງ ຢາກປະຕິຮູບ ເສຖກິດ ດັ່ງທີ່ລາວ ແລະ ວຽດນາມ ໄດ້ເຮັດໄປ ຊຶ່ງໄດ້ຮັບ ຜົນສໍາເຣັດ ພໍສົມຄວນ.
ໜັງສືພິມ ຂອງທາງການ ເກົາຫລີເໜືອ ໄດ້ເປີດເຜີຍ ໃນ ວັນເສົາ ຜ່ານມາວ່າ ທ່ານ Ri Yong-nam ຣັຖມົນຕຣີ ກະຊວງການຄ້າ ຕ່າງປະເທດ ແລະ ທ່ານ Kang Min-chol ຣັຖມົນຕຣີ ອຸດສາຫະກັມ ບໍ່ແຮ່ ກໍໄດ້ຕິດຕາມ ທ່ານ Kim Yong-nam ມາດ້ວຍ.
ເມື່ອເດືອນ ພຶສພາ 2012 ທ່ານ Kim Yong-nam ກໍໄດ້ເດີນທາງ ໄປຢ້ຽມຢາມ ອິນໂດເນເຊັຍ ແລະ ສິງກະໂປ ແຫ່ງເຮັດໃຫ້ ມີການ ຄາດການວ່າ ການປະຕິຮູບ ທາງດ້ານເສຖກິດ ໃນເກົາຫລີເໜືອ ອາດຈະຫລີກລ້ຽງ ບໍ່ໄດ້.
ການມາຢ້ຽມຢາມ ວຽດນາມ ແລະ ລາວ ນອກຈາກ ຈະປຶກສາ ສົນທະນາ ຫລາຍປະເດັນ ໂດຍສະເພາະ ເພື່ອ ການເຊື່ອມ ສັມພັນທະໄມຕຣີ ສົ່ງເສີມ ການຄ້າ ແລະ ອື່ນໆແລ້ວ ຍັງເຫັນວ່າ ເກົາຫລີເໜືອ ຢາກ ຮຽນຮູ້ສຶກສາ ກ່ຽວກັບ ການປະຕິຮູບ ທາງດ້ານເສຖກິດ ໃນສອງປະເທດ ຄອມມິວນິສ ອີກດ້ວຍ.
ນອກຈາກນັ້ນ ເມື່ອຢ້ຽມຢາມ ວຽດນາມ ທາງການວຽດນາມ ຍັງໄດ້ຢືນຢັນ ຈະບໍຣິຈາກ ຊ່ວຍເຫລືອເຂົ້າສານ 5,000 ຕັນ ໃຫ້ເກົາຫລີເໜືອ ທີ່ໄດ້ຮັບ ຄວາມເດືອດຮ້ອນ ຈາກ ເຫດອຸທົກກະພັຍ ຫວ່າງມໍ່ໆ ມານີ້ ອີກດ້ວຍ.