ຊາວບ້ານຈາກເຂື່ອນນໍ້າມັງ 3 ຫາກິນລໍາບາກ
2012.06.12

ເຈົ້າຫນ້າທີ່ ກະສີກັມ ແລະປ່າໄມ້ ເວົ້າວ່າ ຈາກການສຳຣວດ ພື້ນທີ່ ກະສີກັມ ໃນເຂດ ຫມູ່ບ້ານ ທີ່ຊາວບ້ານ ຖືກໂຍກຍ້າຍ ຈາກ ໂຄງການ ເຂື່ອນນ້ຳມັງ 3 ກວ່າ 100 ຫລັງຄາເຮືອນ ພົບວ່າ ຂະເຈົ້າ ມີບັນຫາ ໃນທີ່ດີນ ທີ່ທາງການ ຈັດສັນໃຫ້ນັ້ນ ປູກຝັງບໍ່ໄດ້ ເພາະເປັນດີນ ຫີນແຮ່ ຈື່ງເຮັດໃຫ້ ການດຳຣົງ ຊິວິດ ຂອງ ພວກຂະເຈົ້າ ມີຄວາມລໍາບາກ. ດັ່ງທ່ານ ກ່າວໃນ ຕອນນື່ງວ່າ:
"ຜົລກະທົບ ໃນເວລາ ເຂື່ອນ ທຳການຜລິດ ຣັຖບານລາວ ໄດ້ປັນໃຫ້ ຄອບຄົວລະ 1 ເຮັກຕາ ແຕ່ວ່າດີນ ເຮັດການ ຜລິດນີ້ ເປັນດີນຫີນແຮ່ ຕອນນີ້ ໃນເມື່ອດີນ ຂະເຈົ້າບໍ່ ເຫມາະສົມ ໃນການເຮັດ ການຜລິດ ຂະເຈົ້າຕ້ອງ ໄດ້ເຊົ່າດີນ ຫລືບາງຄົນ ກໍໄດ້ຍ້າຍໄປ ບ່ອນອື່ນ ບໍ່ຢູ່ບ່ອນທີ່ ຂະເຈົ້າ ຈັດສັນໃຫ້ ລຸ່ມເຂື່ອນ ນ້ຳມັງ".
ເຂື່ອນໄຟຟ້າ ນ້ຳມັງ 3 ຕັ້ງຢູ່ເຫນືອ ນະຄອນຫລວງ ວຽງຈັນ ປະມານ 80 ກິໂລແມັດ ເຂດເມືອງ ທຸລະຄົມ ໄດ້ທຳການຜລິດ ໄຟຟ້າ ມາແຕ່ປີ 2004 ໂດຍມີການ ໂຍກຍ້າຍ ຊາວມົ້ງ ຈາກ ພູເຂົາຄວາຍ ມາຢູ່ພື້ນທີ່ ຕ່ຳ ແລະ ຫລາຍຫມູ່ບ້ານ ລາວລຸ່ມ ໃນເຂດໃກ້ຄຽງ ຂະເຈົ້າ ມີບັນຫາ ເຣື່ອງການປູກຝັງ ມາດົນແລ້ວ ແຕ່ທາງການລາວ ກໍບໍ່ແກ້ໄຂໃຫ້ ແລະ ຫລາຍຄົນ ກໍຫນີໄປຢູ່ ບ່ອນໃໝ່ ເພື່ອຄວາມຢູ່ລອດ ຂອງຄອບຄົວ.
ໃນເບື້ອງຕົ້ນ ການຈັດສັນ ທີ່ດີນ ເພື່ອທົດແທນ ພື້ນທີ່ ຂອງປະຊາຊົນ ທີ່ຖືກໂຍກຍ້າຍ ປະກອບດ້ວຍ ການສ້າງ ໂຮງຫມໍ ໂຮງຮຽນ ຣະບົບ ນ້ຳສອາດ ໄຟຟ້າ ແຕ່ໃນ ປັດຈຸບັນ ສີ່ງເຫຼົ່ານັ້ນ ໄດ້ເປ່ເພ ໄປຫມົດແລ້ວ ເພາະຂາດ ການບຳຣຸງ ຮັກສາ ຈື່ງເຮັດໃຫ້ ຊາວບ້ານ ຕ້ອງໂຍກຍ້າຍ ກັບຄືນໄປ ຖີ່ນເດີມ ຂອງຕົນ ໃນບ່ອນທີ່ ນ້ຳຈະບໍ່ຖ້ວມ ເພື່ອຈະໄດ້ ເຮັດໄຮ່ ເຮັດນາ ລ້ຽງຄອບຄົວ ຕາມເດີມ.