ສິທທິນັບຖື ສາສນາໃນລາວ

ກົດໝາຍ ແລະ ນະໂຍບາຍ ຈໍາກັດສິທທິ ກາຣ ປະຕິບັຕ ທາງສາສນາ ຕ່າງໆ ຫລາຍຢ່າງ ໃນລາວ.
ຫວາດ ສີມູນ
2010.11.18

ກົດຟັງສຽງ

ກະຊວງກາຣ ຕ່າງປະເທສ ສະຫະຣັຖ ຣາຍງານ ດ້ານ ເສຣີພາບ ໃນກາຣນັບຖື ສາສນາ ໃນລາວວ່າ: ຣັຖທັມນູນ ສປປລາວ ບົ່ງເຖິງ ເສຣີພາບ ໃນກາຣນັບຖື ສາສນາຕ່າງໆ, ແຕ່ພ້ອມ ດຽວກັນ ຫາກມີກົດໝາຍ ແລະ ນະໂຍບາຍ ຫລາຍຢ່າງ ທີ່ຈຳກັດ ດ້ານສິທທິ ດັ່ງກ່າວ ໃນພາກ ປະຕິບັຕ. ເຖິງແມ່ນທາງ ສຳນັກງານ ນາຍົກ ຣັຖມົນຕຣີ ໄດ້ອອກດໍາຣັຕ ໃຫ້ກາຣຊີ້ນໍາ ປະຊາຊົນ ໃນກາຣ ປະຕິບັຕ ໂດຽຍຶິດຖື ເອົາບົທບາທ ຂອງຣັຖບາລ ເປັນຜູ້ຊີ້ຂາດ ວ່າ ໃຫ້ມີກາຣ ປະຕິບັຕ ຢ່າງໃດໄດ້ ແດ່?

ໃນຣະຫວ່າງທີ່ ເຈົ້າໜ້າທີ່ ຈາກອົງກາຣ ສະຫະ ປະຊາຊາຕ ຕິດຕາມ ເກັບກໍາຂໍ້ມູນ ເພື່ອຣາຍງານ ກ່ຽວກັບ ຄວາມຄືບໜ້າ ດ້ານອິສຣະພາບ ໃນກາຣເຊື່ອຖື ສາສນາ ຢູ່ໃນ ເມືອງລາວ ທາງຣັຖບາລ ກໍໄດ້ໃຫ້ ຄວາມຮ່ວມມື ເປັນຢ່າງດີ ດັ່ງທ່ານ Michael Posner ຜູ້ຊ່ວຍ ຣັຖມົນຕຣີ ກະຊວງກາຣ ຕ່າງປະເທສ ສະຫະຣັຖ ດ້ານ ປະຊາທິປະໄຕ ສິທທິມະນຸສ ແລະແຮງງານ ໄດ້ກ່າວໃນ ຕອນໜຶ່ງວ່າ:

(We've with the government of Laos signed an agreement..) ທ່ານວ່າ "ໄດ້ເຊັນສັນຍາ ຕົກລົງກັບ ຣັຖບາລ ລາວ ເພື່ອ ອະນຸຍາຕ ໃຫ້ອົງກາຣ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGO ທີ່ມີຫ້ອງກາຣ ຢູ່ກຸງ ວໍຊິງຕັນ ໄປຈັດໂຄງກາຣ ຝຶກອົບຮົມ ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງຣັຖບາລ ແລະ ບັນດາຜູ້ນຳ ທາງສາສນາ ໃນເມືອງລາວ ເພື່ອ ໃຫ້ມີກາຣ ຮ່ວມມື ແລະ ປະສານງານກັນ  ເພື່ອບໍ່ໃຫ້ມີ ກາຣເຂົ້າໃຈ ກັນຜິດ ດັ່ງທີ່ມັກ ມີຂຶ້ນຢູ່ເລື້ອຽໆ ທີ່ທາງ ເຈົ້າໜ້າທີ່ ຂອງຣັຖບາລ ເວົ້າແບບໜຶ່ງ ແຕ່ທາງພາຄ ປະຕິບັຕ ຂອງເຈົ້າໜ້າທີ່ ທ້ອງຖິ່ນ ຊ້ຳບໍ່ ສອດຄ່ອງກັນ."

ໃນຣາຍງານ ດັ່ງກ່າວ ຍັງໄດ້ເນັ້ນ ເພີ່ມວ່າ ເຈົ້າໜ້າທີ່ ທ້ອງຖິ່ນ ໃນແຕ່ລະ 17 ແຂວງ ທົ່ວປະເທສ ຕ່າງກໍຍັງ ມີຄວາມ ຣະແວງສົງສັຍ ບໍ່ຄ່ອຍຈະໃຫ້ ຄວາມໄວ້ວາງໃຈ ແກ່ກຸ່ມ ປະຊາຊົນ ທີ່ນັບຖື ສາສນາອື່ນ ນອກຈາກ ສາສນາພຸທ ເທົ່ານັ້ນ ໂດຽສະເພາະ ຊາວ ໂປຼຕັສຕັນຕ໌ ເຖິງຂັ້ນເຂົ້າ ໄປກີດກັ້ນ ບໍ່ໃຫ້ເຂົາເຈົ້າ ປະຕິບັຕ ກິຈກາຣ ທາງສາສນາ ດັ່ງທີ່ເກີດຂຶ້ນ ຢູ່ແຂວງ ຫລວງນ້ຳທາ ສວັນນະເຂຕ ແລະ ສາຣະວັນ ແມ່ນແຕ່ໃນເຂຕ ນະຄອນຫລວງ ວຽງຈັນ ເອງກໍມີບັນຫາ ເຊັ່ນກັນ.

ນອກຈາກນັ້ນ ກໍມີຣາຍ ງານວ່າ ປະຊາຊົນ ຊາວໂປຼຕັສຕັນຕ໌ ໃນແຂວງ ຫລວງນ້ຳທາ ແລະ ຄຳມ່ວນ ຖືກບັງຄັບ ໃຫ້ປະລະຖິ້ມ ກາຣເຊື່ອຖື ສາສນາ ຂອງເຂົາເຈົ້າ ແລະ ຖ້າບໍ່ ປະຕິບັຕ ຕາມ ກໍຂູ່ວ່າ ຈະຖືກຈັບກຸມ ຫລືຖືກໄລ່ ອອກຈາກບ້ານ ໄປຫາອາສັຍ ຢູ່ບ່ອນໃໝ່ ຕ່າງໆນາໆ ກໍມີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.