ຊາວໄທຽເສື້ອແດງຈະພົບ ທັກສິນຢູ່ວຽງຈັນ
2012.03.27

ກົດຟັງສຽງ
ອະດີີດ ນາຍົກ ຣັຖມົນຕຣີໄທຽ ທ່ານ ທັກສິນ ຊິນວັຕ ທີ່ໜີຄະດີ ສໍ້ຣາສ ຊຶ່ງປັຈຈຸບັນ ອາສັຍຢູ່ ຕ່າງປະເທສ ໄດ້ໄປ ຢ້ຽມຢາມ ເມືອງມໍຣະດົກ ໂລກ ຫລວງພຣະບາງ ໃນມື້ວັນທີ່ 19-20 ມົກຣາ ຜ່ານມາ ມີກຳໜົດ ທີ່ຈະເດີນທາງ ກັບໄປ ເມືອງລາວ ຕື່ມອີກ ໃນຣະຫວ່າງ ບຸນປີໃໝ່ ລາວ ພ.ສ. 2555 ນີ້ ແລະ ເພື່ອຈະໄດ້ ພົບພໍ້ ກັບຊາວໄທຽ ທີ່ຈະມາ ພົບກັບທ່ານ ຢູ່ ນະຄອນຫລວງ ວຽງຈັນ.
ທ່ານຂວັນໄຊ ໄພຣປະນາ ຫົວໜ້າ ກຸ່ມເສື້ອແດງ ທີ່ພາກັນ ຮ້ອງຕົນເອງ ວ່າກຸ່ມຄົນ "ຮັກອຸດອນ" ຈະນໍາພາຄະນະ ພ້ອມດ້ວຍ ສະມາຊິກ ກຸ່ມ "ຮັກອີສານ" ຮວມທັງໝົດ 1,000 ຄົນ ຈະພາກັນ ເໝົາຣົຖບັສ ກວ່າ 20 ຄັນ ຂ້າມຂົວ ມີຕພາບ ລາວ-ໄທຽ ເພື່ອ "ຮົດນໍ້າດຳຫົວ" ແລະ ຈັດພິທີ "ບາສີສູ່ຂວັນ" ໃຫ້ແກ່ທ່ານ ທັກສິນ ທີ່ຄາດວ່າ ຈະມາເຖີງ ນະຄອນຫລວງ ວຽງຈັນ ໃນມື້ວັນທີ່ 12-13 ເມສາ ຈາກນັ້ນ ຈະເດີນທາງໄປ ນະຄອນ ສຽມຣຽບ ກັມພູຊາ ໃນວັນທີ່ 14-15 ເມສາ.
ທ່ານຂວັນໄຊ ໄດ້ແຈ້ງ ເພີ່ມວ່າ ສະມາຊິກ ກຸ່ມເສື້ອແດງ ທີ່ຈະເດີນທາງ ໄປຮ່ວມ ໃນຄັ້ງນີ້ ຈະຕ້ອງເສັຽ ຄ່າເດີນທາງ ຜູ້ລະ 1,000 ບາທ ແຕ່ສະເພາະ ສະມາຊິກ ທີ່ໄດ້ຮ່ວມນຳ ກາຣເດີນທາງ ໃນເມື່ອກ່ອນ ແຕ່ບໍ່ ໄດ້ພົບກັບ ທ່ານທັກສິນນັ້ນ ຈະໃຫ້ຈ່າຍ ພຽງແຕ່ 500 ບາທ ສ່ວນທີ່ເຫລືອນັ້ນ ທ່ານ ຂວັນໄຊເອງ ຈະຈັດໃຫ້. ໃນໂອກາດ ດຽວກັນ ທ່ານກໍວ່າ ກຸ່ມເສື້ອແດງ ຈະຈັດງານ ແສດງດົນຕຣີ ຂຶ້ນຢູ່ ເມືອງອຸດອນ ໃນວັນ ເສົາ ຈະມາເຖີງນີ້ ຊຶ່ງເປັນ ພາຄສ່ວນ ຂອງກາຣ ໂຮມຊຸມນຸມ ຕາມໂຄງກາຣ ຕໍ່ຕ້ານ ຢາເສພຕິດ.