ຄວາມທຸກຍາກແລະ ຜົນກະທົບຕໍ່ແມ່ຍິງ
2010.12.03
ກົດຟັງສຽງ
ຜູ້ຕາງໜ້າ ຂອງກຸ່ມ ຜູ້ນຳແມ່ຍິງ ຈາກ 22 ປະເທດ ໄດ້ຮ່ວມກັນ ອອກຄວາມຄິດ ຄວາມເຫັນວ່າ ຄວາມ ທຸກຍາກ ຂາດເຂີນ ສົ່ງຜົນກະທົບ ຕໍ່ແມ່ຍິງ ຮຸນແຮງ ຫລາຍກວ່າ ຜູ້ຊາຍ. ອີງຕາມ ຖແລງການ ທີ່ໄດ້ເປີດເຜີຍ ມື້ວັນສຸກ ທີ 3 ທັນວາ 2010.
ຖແລງການ ໄດ້ຖືກເປີດເຜີຍ ຫລັງຈາກ ການສຶກສາ ຮຽນຮູ້ກ່ຽວກັບ ແມ່ຍິງ ທີ່ເປັນ ນັກການເມືອງ ຊຶ່ງໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ ຂອງ ກຳພູຊາ ໃນຕອນ ແລງ ວັນພະຫັດນີ້. ຖແລງການ ກ່າວວ່າ ເຫດຜົນຫລັກ ທີ່ເຮັດໃຫ້ ແມ່ຍິງ ໄດ້ຮັບຜົນ ກະທົບຮຸນແຮງ ຫລາຍກວ່າ ຜູ້ຊາຍ ກໍເພາະການ ຂາດສິດ ຫລາຍໆຢ່າງ ເຊັ່ນສິດ ໃນການເຂົ້າເຖິງ ແລະ ຄວບຄຸມ ແຫລ່ງລາຍຮັບ, ຂາດໂອກາດ ແລະ ຂາດຄວາມສະດວກ ໃນການເຄື່ອນໄຫວ. ກອງປະຊຸມ ສຶກສາຮຽນຮູ້ “ກ່ຽວກັບແມ່ຍິງ ທີ່ເປັນນັກ ການເມືອງ” ໄດ້ຈັດຄຽງຄູ່ ກັນໄປກັບ ກອງປະຊຸມ ສະມັດຊາ ເທື່ອທີ 6 ຂອງ ພັກການເມືອງ ພູມີພາກ ເອເຊັຍ ທີ່ເນັ້ນໜັກ ໃສ່ບົດບາດ ຂອງແມ່ຍິງ ໃນນາມນັກ ການເມືອງ ແລະ ເຍົາວະຊົນ ນັກການເມືອງ ໂດຍສະເພາະ ດ້ານເສຖກິດ, ພະລັງງານ ແລະ ສິ່ງແວດລ້ອມ.
ຣັຖມົນຕຣີ ສວັດດີການ ແມ່ຍິງ ກຳພູຊາ ດຣ Ing Kantha Phavi ກ່າວວ່າ ແມ່ຍິງໄດ້ ຮັບຜົນກະທົບ ຮຸນແຮງ ຫລາຍກວ່າ ຜູ້ຊາຍ ກໍເພາະວ່າ ຂາດອຳນາດ ໃນການ ຕັດສິນໃຈ. ນອກຈາກນີ້ ພວກຂະເຈົ້າ ສ່ວນຫລາຍ ຍັງບໍ່ມີ ຄວາມປອດພັຍ ໃນໜ້າທີ່ ການງານ, ບໍ່ມີ ສວັດດີການ ເວລາອອກລູກ, ບໍ່ມີ ສວັດດີການ ສຸຂພາບ, ບໍ່ມີເງິນ ບຳເໜັດ ບຳນານ ເຖິງວ່າ ພວກແມ່ຍິງ ເຫລົ່ານີ້ ຈະມີບົດບາດ ຢ່າງໃຫຍ່ຫລວງ ໃນການຮ່ວມ ສົມທົບໃນ ຜົນຜລິດ ຮວມຍອດພາຍ ໃນປະເທດ ກໍຕາມ.
ດຣ Kantha Phavi ກ່າວຕໍ່ໄປວ່າ ດ້ວຍເຫດນີ້ ຈຶ່ງຈຳເປັນ ທີ່ຈະຕ້ອງ ໃຫ້ໂອກາດ ແລະ ທາງເລືອກ ສຳລັບ ພວກແມ່ຍິງ ເພື່ອໃຫ້ມີ ຄວາມສເມີພາບ ກັນ ໃນການ ຮັບພາລະ ເຮັດໃຫ້ສິ່ງ ແວດລ້ອມ ຕ່າງໆຍືນຍົງ.