ອາຈມີການສັບປ່ຽນ ໃນຄນະສູນກາງພັກ

ກົມການເມືອງ ສູນກາງ ພັກປະຊາຊົນ ປະຕິວັດລາວ ອາດຈະມີ ການປ່ຽນແປງ ໃນກອງປະຊຸມ ຄັ້ງນີ້.

ທ່ານຈູມມະລີໄຊຍະສອນປະທານປະເທດແລະເລຂາພັກປະຊາຊົນ ປະຕິວັດລາວ
ທ່ານຈູມມະລີໄຊຍະສອນປະທານປະເທດແລະເລຂາພັກປະຊາຊົນ ປະຕິວັດລາວ (RFA)

0:00 / 0:00

ກົດຟັງສຽງ

ສປປລາວ ເປີດກອງປະຊຸມໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງທີ 9 ໃນມື້ ວັນພຣະຫັດນີ້ ເພື່ອວາງກົນໄກ ໃນການພັທນາ ປະເທດຊາດ ໃນຣະຍະ 5 ປີ ຂ້າງຫນ້າ ແລະ ໃນຂນະດຽວກັນ ກໍ່ຈະມີການ ຄັດເລືອກ ຜູ້ນຳໃຫມ່.

ຕາມລາຍງານ ໃນກອງປະຊຸມ ເທື່ອນີ້ ອາດຈະມີການປ່ຽນແປງ ບັນດາ ຜູ້ນຳໃຫມ່ ໃນນັ້ນ ຈະຮ່ວມດ້ວຍ ຄນະກົມການເມືອງ ໃນຈຳນວນ 11 ຄົນ ໃນປັດຈຸບັນ ອາດຈະມີການປ່ຽນແປງ ເພາະບາງທ່ານ ອາດຈະລາອອກ ຈາກຕ່ຳແຫນ່ງ.

ທ່ານ ຈູມມະລີ ໄຊຍະສອນ ຍັງຈະດຳຣົງ ຕຳແຫນ່ງ ປະທານປະເທດ ແລະ ເລຂາພັກຕາມເດີມ ທ່ານ ອາດຈະເພີ້ມ ສະມາຊິກໃຫມ່ ເຂົ້າມາໃນວົງໃນ ຂອງທ່ານ ເພື່ອຍຶດຫມັ້ນ ໃນອຳນາດ ຂອງທ່ານ ໃນອະນາຄົດ.

ສ່ວນທ່ານ ບົວສອນ ບຸບຜາວັນ ອະດິີດ ນາຍົກຣັຖມົນຕຣີ ທີ່ລາອອກຈາກ ຕ່ຳແຫນ່ງໃນເດືອນ ທັນວາ 2010 ຍ້ອນເຫດຜົລ ທາງຄອບຄົວນັ້ນ ຍັງບໍ່ແນ່ວ່າ ທ່ານຍັງຈະ ສາມາດຄອງຕໍາແໜ່ງ ຫນ້າທີ່ ໃນກົມການເມືອງ ຂອງທ່ານຫລືບໍ ແລະ ສະມາຊິກຄົນ ອື່ນໆນັ້ນ ກໍ່ຍັງບໍ່ແນ່ວ່າ ຈະຍັງຢູ່ໃນ ຕ່ຳແຫນ່ງເດີມ ຫລືຖືກສັບຊ້ອນ ໄປຢູ່ຕ່ຳແຫນ່ງ ໃຫມ່. ຫລາຍພາກສ່ວນ ບອກວ່າ ອາດຈະມີການ ປ່ຽນແປງ ໃນຣະດັບຜູ້ນຳ ໃນກອງປະຊຸມ ຄັ້ງນີ້.