ເດັກນ້ອຍຕິດຢາບ້າ ທີ່ຕ້ອງສົ່ງໄປບໍາບັດ
2012.09.28
ແຂວງ ຜົ້ງສາລີ ກໍເປັນແຂວງນຶ່ງ ທີ່ມີເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມໄວລຸ້ນ ຕິດຢາບ້າ ຫລາຍ ແຕ່ຢູ່ແຂວງນີ້ ບໍ່ມີສູນບຳບັດ. ເຈົ້າໜ້າທີ່ ໄດ້ກວດ ປັສວະ ເດັກນ້ອຍ ນັກຮຽນ ຈື່ງພົບວ່າ ເຍົາວະຊົນ 15 ຄົນ ຕິດຢາບ້າ ຕ້ອງການ ການບຳບັດ. ເຈົ້າໜ້າທີ່ຫ້ອງການ ຕ້ານ ຢາເສພຕິດ ແຂວງ ຜົ້ງສາລີ ອະທິບາຍວ່າ:
“ປີນີ້ມີແຕ່ 15 ຄົນ ບໍ່ຮູ້ວ່າຈະໄດ້ ທຶນຢູ່ໃສ ບຳບັດເຂົາ ຂະເຈົ້າ ກໍຢູ່ບ້ານ ຂະເຈົ້າບາງຄົນ ກະຍັງ ຮຽນໜັງສື ເຂົາກໍລັກກິນ ລັກຊື້ລັກຂາຍ ແນວນັ້ນ ຫລັງຈາກພວກເຮົາ ກວດທາງ ນ້ຳປັສວະໄດ້ແລ້ວ ເຮົາກໍເອິ້ນ ຜູ້ປົກຄອງ ພໍ່ແມ່ຫັ່ນ.”
ເຈົ້າໜ້າທີ່ ອະທິບາຍ ຕໍ່ໄປວ່າ ພໍ່ແມ່ຂອງ ເຍົາວະຊົນ ທີ່ຕິດຢາບ້າ ນັ້ນ ລ້ວນແລ້ວແຕ່ ແມ່ນຊາວບ້ານ ຜູ້ທຸກຍາກ ບໍ່ມີເງິນ ທີ່ຈະສົ່ງລູກ ຂອງຕົນໄປບຳບັດ ຢູ່ຕ່າງແຂວງໄດ້. ຈາກນັ້ນ ພໍ່ແມ່ກໍຂໍໃຫ້ ທາງການແຂວງ ຊ່ວຍເຫລືອ ທີ່ຜ່ານມາ ເຈົ້າໜ້າທີ່ ຮັບປາກວ່າ ຈະຊ່ວຍເຫລືອ ແຕ່ຈົນເຖິງ ປັດຈຸບັນ ທາງການ ກໍຍັງບໍ່ມີທຶນ ທີ່ຈະສົ່ງເດັກນ້ອຍ ເຍົາວະຊົນ ເຫລົ່ານັ້ນ ໄປບຳບັດ ຢູ່ສູນບ້ານສົມສະງ່າ ທີ່ ນະຄອນຫລວງ ວຽງຈັນ ໄດ້.
ເມື່ອປີກາຍ ແຂວງຜົ້ງສາລີ ມີເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມໄວລຸ້ນ ຕິດຢາເສບຕິດ 35 ຄົນ ແລະ ປັດຈຸບັນ ທັງໝົດ ໄດ້ຮັບການບຳບັດ ຮຽບຮ້ອຍ ແລ້ວ. ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ແຂວງຜົ້ງສາລີ ກໍຢາກມີສູນບຳບັດ ຢາເສພຕິດ ຢູ່ໃນແຂວງ ຂອງຕົນເອງ ເພາະຈະໄດ້ສົ່ງ ລູກຫລານ ໄປບຳບັດ ໄດ້ສະດວກ ສະບາຍຂື້ນ.