ກົດຟັງສຽງ
ໃນຣະດູ ຝົນ ນີ້ ຜແນກ ສາທາຣະນະສຸຂ ແຂວງ ຜົ້ງສາລີ ໄດ້ປ່າວເຕືອນ ປະຊາຊົນ ໃຫ້ ຣະວັງ ພຍາດ ຖອກທ້ອງ ພຍາດ ໄຂ້ເລືອດອອກ ພຍາດໄຂ້ຍຸງ ແລະ ພຍາດ ອື່ນໆ ທີ່ເກີດຂື້ນ ໄດ້ງ່າຍໆ. ດັ່ງ ດຣ. ເປົາລີ ຈອມວົງ ຫົວໜ້າ ຜແນກ ສາທາຣະນະສຸຂ ແຂວງ ໄດ້ກ່າວ:
"ໄດ້ແຈ້ງການ ໃຫ້ພໍ່ແມ່ ປະຊາຊົນ ນີ້ ໃຫ້ເຂົາເຈົ້າ ປ້ອງກັນ ເປັນຕົ້ນແມ່ນ ທາງດ້ານ ປ້ອງກັນ ພຍາດຊື່ງ ອາດຈະເກີດ ຈາກນໍ້າ ແລະ ອາຫານ ດ້ານພຍາດ ຖອກທ້ອງ ພຍາດອະຫິວາ ໄຂ້ ທໍຣະພິດ ພຍາດຕັບ ໄຂ້ຫວັດ ຕາມຣະດູການ ແລະ ໝາກແດງ".
ແຂວງ ຜົ້ງສາລີ ເປັນແຂວງ ພາກເໜືອສຸດ ຂອງລາວ ແຂວງນື່ງ ທີ່ ປະກອບດ້ວຍ 542 ບ້ານ, ມີພົລເມືອງ ປະມານ 170,000 ຄົນ. 43% ຂອງ ພົລເມືອງ ຢູ່ຫລຸດຂີດ ຂອງຄວາມ ທຸກຍາກ. ອາກາດ ໃນຍາມ ຣະດູຮ້ອນ ກໍຣ້ອນສຸດ, ຣະດູໜາວ ກໍໜາວສຸດ. ປະຊາຊົນ ສ່ວນໃຫ່ຽ ເປັນຊົນເຜົ່າ ແຕກຕ່າງກັນ. ການກິນຢູ່ ບໍ່ຄ່ອຍຖືກຕ້ອງ ຕາມຫລັກ ອະນາໄມ ປານໃດ ເຮັດໃຫ້ພຍາດ ແຊກແຊງ ໄດ້ງ່າຍ. ໃນແຂວງ ມີໂຮງໝໍ ຫລວງ ນື່ງແຫ່ງ, ໂຮງໝໍ ທະຫານ 1 ແຫ່ງ, ໂຮງໝໍເມືອງ 6 ແຫ່ງ, ແລະ ສຸຂສາລາ 25 ແຫ່ງ ທີ່ຮັບໃຊ້ ປະຊາຊົນ ໃນທົ່ວແຂວງ. ຣະບົບ ອະນາໄມ ໃນແຂວງ ເວົ້າລວມແລ້ວ ຍັງຢູ່ໃນ ຣະດັບຂາດເຂີນ ຫລາຍສິ່ງ ຫລາຍຢ່າງ ໃນການ ປິ່ນປົວ ພຍາດ.