ກົດຟັງສຽງ
ຜແນກກະສິກັມ ປ່າໄມ້ ແຂວງຜົ້ງສາລີ ຕຣຽມປ້ອງໄຟປ່າ ໂດຍການອອກ ໃຫ້ຄວາມຮູ້ແກ່ ປະຊາຊົນ ດັ່ງເຈົ້າໜ້າທີ່ ຜແນກດັ່ງກ່າວ ເວົ້າວ່າ:
"ຕຽມພ້ອມເນາະ ກ່ຽວກັບການ ສະກັດກັ້ນໄຟໄໝ້ ລາມປ່າ ຊ່ວງຣະດູແລ້ງນີ້ ກ່ຽວກັບການ ແນະນໍາ ການຈັດຕັ້ງ ປະຕິບັດ ການປ້ອງກັນ ສະກັດກັ້ນ ໄຟລາມປ່າ".
ຜແນກກະສິກັມ ປ່າໄມ້ ຂອງແຂວງຄາດວ່າ ຣະດູແລ້ງປີນີ້ ຈະຍາວແລະມີ ຄວາມສ່ຽງສູງ ຕໍ່ການທີ່ຈະເກີດ ໄຟໄໝ້ປ່າ ຈາກຫລາຍສາເຫດ. ດັ່ງນັ້ນຈຶ່ງໄດ້ ຕຣຽມປ້ອງກັນ ເອົາໄວ້ ຮວມທັງແນະນໍາ ປະຊາຊົນ ໃຫ້ຮູ້ວິທີ ຖາງປ່າເຮັດໄຮ່ ທີ່ຖືກວິທີ ນໍາດ້ວຍ. ເຈົ້າໜ້າທີ່ທ່ານດຽວ ກັນນີ້ວ່າ ສາເຫດໄຟໄໝ້ປ່າ ຢູ່ປະເທດລາວ ສ່ວນໃຫຍ່ມາຈາກ ອາກາດແຫ້ງ ແລະຮ້ອນຈັດ; ຕົ້ນໄມ້ສຽດສີກັນ ຈົນເກີດໄຟ ແລະ ຊາວບ້ານຈູດ ປ່າເຮັດໄຮ່ ເຮັດສວນ.
ທ່ານເວົ້າຕື່ມວ່າ ໄຟປ່າເປັນ ອັນຕະລາຍ ຕໍ່ປ່າໄມ້ ແລະສັດປ່າ, ຕໍ່ທີ່ຢູ່ອາໄສ ຂອງສັດປ່າ ແລະ ຈຸລິນຊີໃນດິນ ແລະ ທັງສົ່ງຜົນກະທົບ ຢ່າງຮ້າຍແຮງ ຕໍ່ຣະບົບ ນິເວດ ນໍາດ້ວຍ.