ຂ.ຜົ້ງສາລີ ກວດຂັນສັຕປີກ

ແຂວງ ຜົ້ງສາລີ ກວດກາ ຢ່າງເຂັ້ມງວດ ໃນການນໍາ ສັຕປີກ ເຂົ້າມາ ແຕ່ກໍບໍ່ ສາມາດ ທີ່ຈະກວດຂັນ ໄດ້ຢ່າງ ເຕັມທີ່
ສົມເນ
2012.01.27

ກົດຟັງສຽງ

ໃນຊ່ວງ ສລອງ ບຸນປີໃໝ່ ກຸດຈີນ ແລະ ບຸນເຕັດນີ້ ທາງການແຂວງ ຜົ້ງສາລີ ໄດ້ມີການ ກວດກາ ການນໍາເອົາ ສັຕປີກ ແລະຜລິຕພັນ ຈໍາພວກສັດປີກ ຈາກວຽດນາມ ແລະຈາກຈີນ ຢ່າງເຂັ້ມງວດ ເພື່ອປ້ອງກັນ ການນໍາເອົາ ສັດປີກ ທີ່ເປັນພຍາດ ເຂົ້າມາຂາຍ ໃນແຂວງ ທີ່ອາຈມີພຍາດ ລະບາດໄດ້ ແຕ່ກໍບໍ່ ສາມາດກວດກາ ໝົດທຸກຈຸດໄດ້. ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຂວງເວົ້າວ່າ:

"ແນ່ນອນແຫລະ ມັນກວ້າງເນາະ ເຮົາກໍບໍ່ ສາມາດ ທີ່ວ່າບາງຄົນ ມັນຈະລັກລອບ ແຕ່ວ່າມັນ ກໍອາດຈະເປັນໄປໄດ້ ເພາະວ່າ ມັນກໍຫລາຍເດ ພວກເຮົາ ກໍບໍ່ສາມາດ ກວດໄດ້ໝົດ".

ເຈົ້າໜ້າທີ່ ສາທາຣະນະສຸຂ ວ່າທາງແຂວງ ໄດ້ຮ່ວມມື ກັບ ເຈົ້າໜ້າທີ່ ຈີນ ໃນການກວດກາ ສັຕປີກ ແລະ ຜລິຕພັນສັຕປີກ ທີ່ນໍາເຂົ້າ ຢູ່ຕາມ ແນວຊາຍແດນ. ທ່ານວ່າ ສ່ວນຢູ່ຕາມ ບ່ອນທີ່ມີ ບ້ານເຮືອນ ປະຊາຊົນ ເຈົ້າໜ້າທີ່ ກໍບໍ່ສາມາດ ກວດໄດ້ໝົດ ຕ້ອງອາໄສ ຊາວບ້ານ ເປັນຫູ ເປັນຕາໃຫ້ ແຕ່ວ່າບາງຄັ້ງ ກໍລັກລອດ ເຂົ້າມາໄດ້ ຍ້ອນມີການ ໃຫ້ສິນບົນກັນ.

ໃນແຕ່ລະປີ ໃນຍາມ ສລອງບຸນ ປີໃໝ່ກຸດຈີນ ແລະ ບຸນເຕັດ ວຽດນາມ ທາງການລາວ ຕ້ອງກວດຂັນ ເຣື່ອງສັຕປີກ ຫລັງຈາກ ມີຂ່າວ ພຍາດລະບາດ ໃນປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.