ຂ.ຜົ້ງສາລີຕຣຽມຕ້ານ ພຍາດຣະດູໜາວ

ຜແນກ ສາທາຣະນະສຸຂ ແຂວງຜົ້ງສາລີ ກຽມມາຕການ ປ້ອງກັນ ພຍາດ ຣະດູໜາວ ໃຫ້ກັບ ປະຊາຊົນ ບັນດາເຜົ່າ.
ຈະເຣີນສຸກ
2010.12.22

ກົດຟັງສຽງ

ເຖິງແມ່ນວ່າ ໃນປັດຈຸບັນ ຍັງບໍ່ທັນມີ ພຍາດ ຣະດູໜາວ ທີ່ເຄີຍຣະບາດ ກັບປະຊາຊົນ ບັນຫາເຜົ່າ ທີ່ຢູ່ໃນເຂດ ຫ່າງໄກ ສອກຫລີກ ໃນແຂວງ ຜົ້ງສາລີ ກໍຕາມ, ແຕ່ທາງຜແນກ ສາທາຣະນະສຸຂ ກໍໄດ້ກຽມ ມາຕການ ໃນການປ້ອງກັນ ແລະ ຕ້ານພຍາດ ຣະດູໜາວ ໃຫ້ກັບ ປະຊາຊົນ ບັນດາເຜົ່າ, ອີງຕາມ ຄໍາເວົ້າ ຂອງທ່ານ ໝໍ ຜແນກ ສາທາຣະນະສຸຂ ແຂວງຜົ້ງສາລີ:

“ທາງໜ່ວຍງານ ຣະບາດ ວິທຍາ ສົມທົບກັບ ໜ່ວຍງານ ສຸຂສຶກສາ ຂອງຜແນກ ສາທາຣະນະສຸຂ ກໍໄດ້ອອກ ແຈ້ງການ ໃຫ້ພໍ່ແມ່ ປະຊາຊົນ ບັນດາເຜົ່າ ໃນທົ່ວແຂວງ ຮັບຮູ້ດ້ານ ການປ້ອງກັນ ພຍາດ ໃນຣະດູ ໜາວນີ້ ປຸກຣະດົມ ພໍ່ແມ່ ປະຊາຊົນ ບັນດາເຜົ່າ ໄດ້ມີການ ເຝົ້າຣະວັງ ພຍາດ ຕາມຣະດູການ ໃນຣະຍະນີ້.”

ທ່ານ ກ່າວຕໍ່ໄປ ອີກວ່າ ປັດຈຸບັນນີ້ ທາງແຂວງ ຜົ້ງສາລີ ໄດ້ກຽມ ນາຍແພດ ແລະ ອາສາສມັກ ພ້ອມກັບອຸປກອນ ຈໍານວນນຶ່ງ ທີ່ສໍາຄັນ ເພື່ອຮັບໃຊ້ ການລົງເຄື່ອນໄຫວ ໃນຊຸມຊົນຕ່າງໆ ທີ່ມີຄວາມສ່ຽງ ໃນການຕິດ ພຍາດ ຣະດູໜາວ. ນອກຈາກນັ້ນ, ທາງເຈົ້າໜ້າທີ່ ຍັງໄດ້ເນັ້ນ ເປັນພິເສດ ໃນເຣື້ອງ ຂອງການໂຄສະນາ ສຸຂສຶກສາ ຢູ່ແຕ່ລະເມືອງ ແລະ ກຸ່ມບ້ານ ເພື່ອໃຫ້ ປະຊາຊົນ ໄດ້ຮູ້ເຖິງ ຜົນຮ້າຍ ທີ່ອາດຈະ ຕາມມາ ຖ້າຫາກວ່າ ບໍ່ໄດ້ປ້ອງກັນ ຕົວເອງ ຈາກພຍາດ ຣະດູໜາວ.

ພຍາດ ໃນຣະດູໜາວ ທີ່ມັກເກີດຂຶ້ນ ເປັນຕົ້ນແມ່ນ ພຍາດປອດ ອັກເສບ, ໄຂ້ຫວັດ, ພຍາດທາງ ຣະບົບຫາຍໃຈ, ໄອ ແລະ ພຍາດຄໍແດງ, ຊຶ່ງພຍາດ ດັ່ງກ່າວ ມັກເກີດຂຶ້ນ ກັບເດັກນ້ອຍ ແລະ ຜູ້ເຖົ້າ. ເຖິງຢ່າງໃດ ກໍດີ, ທາງເຈົ້າໜ້າທີ່ ຄາດວ່າ ອັຕຣາ ການເປັນພຍາດ ດັ່ງກ່າວ ອາດຈະບໍ່ສູງ ເທົ່າກັນກັບ ປີທີ່ຜ່ານມາ ເພາະວ່າ ທາງແຂວງ ຜົ້ງສາລີ ມີການກຽມ ປ້ອງກັນ ຢ່າງຮຽບຮ້ອຍແລ້ວ, ໂດຍໄດ້ຮັບ ຢາຮັກສາ ພຍາດ ຈາກສູນກາງ ແລະ ໄດ້ຮັບການ ຊ່ອຍເຫລືອ ຈາກອົງການ ຈັດຕັ້ງສາກົນ ໃນດ້ານ ອະນາໄມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.