ການຈັດສັນພື້ນທີ່ສ້າງທາງ ຊາວບ້ານບໍ່ດີໃຈ

ຊາວບ້ານ ບໍ່ເຫັນພ້ອມນຳ ຄຳສັ່ງ ຂອງ ຣັຖບາລ ໃຫ້ສງວນ ພື້ນທີ່ ຕາມຂອບທາງ ໄວ້.
ຫວາດ ສີມູນ
2012.08.31

ປະຊາຊົນ ເຫັນພ້ອມ ນຳໂຄງກາຣ ຂອງ ຣັຖບາລ ທີ່ຢາກຈະປັບປຸງ ເສັ້ນທາງ ທີ່ຍັງເປັນ ດິນແດງ ຈາກບ້ານດອນກອຍ ໄປເຖີງຖນົນ 450 ປີ ໃຫ້ມີສະພາບ ດີຂຶ້ນ ເພື່ອຄວາມ ສະດວກ ໃນກາຣສັນຈອຣ ແຕ່ກໍບໍ່ພໍໃຈນຳ ຄຳສັ່ງໃຫ້ສງວນ ພື້ນທີ່ຂອບທາງ ປະມານ 100 ແມ໊ຕ ຈາກຂອບທາງ ໄປຫາເຮືອນຂອງ ປະຊາຊົນ.

ປະຊາຊົນ ຄິດວ່າ ເຂຕພື້ນທີ່ດັ່ງກ່າວ ເປັນສິທທິ ຂອງເຂົາເຈົ້າ ທີ່ຈະນຳໄປໃຊ້ ໄດ້ຢ່າງຊອບທັມ. ດັ່ງຊາວບ້ານ ກຸ່ມໜຶ່ງ ທີ່ບໍ່ປະສົງ ອອກຊື່ ໄດ້ພາກັນຈົ່ມວ່າ:

“ບໍ່ເຫັນດີ ແຕ່ແທ້ໆ! ແລະແມ່ນສງວນໄວ້ອີກ ເບື້ອງລະ 200 ຕົວນີ້ບໍ່ເຫັນດີ ສງວນຈາກຂອບທາງ ເບື້ອງລະ 200 ແມ໊ຕ ເປັນທຶນ ແລ້ວສິຂາຍຕໍ່ ແບບນັ້ນ ກໍເປັນປະຊາຊົນ ສ້າງ ບໍ່ແມ່ນຣັຖບາລສ້າງ ດິນເບື້ອງລະຟາກທາງ ເພີ່ນກໍສເນີໄວ້ ເບື້ອງລະ 100-200 (ແມ໊ຕ)”.

ຊາວລາວ ກຸ່ມດັ່ງກ່າວ ໄດ້ແສດງຄວາມ ບໍ່ພໍໃຈອີກວ່າ ກາຣຂຍາຍ ແລະປັນປຸງເສັ້ນທາງ ແຫ່ງນີ້ ແຕ່ລະບ້ານ ຈະໄດ້ຄ່າຊົດເຊີຍ ທີ່ດິນພຽງປະມາຣ 10 ດອລລາຣ໌ ສະຫະຣັຖ ຕໍ່ແມ໊ຕມົນທົນ ຊຶ່ງຖືວ່າເປັນຣາຄາ ທີ່ຕໍ່າເກີນໄປ ແລະເຊື່ອວ່າ ກາຣສງວນທີ່ດິນ ຈາກຂອບທາງ ບາງບ່ອນ ຕາມເຂຕຈັດສັນ ເຖີງ 100 ແມ໊ຕ ແຕ່ລະເບື້ອງ ບໍ່ໃຫ້ ປະຊາຊົນ ນຳໃຊ້ນັ້ນ ກໍເພື່ອວ່າ ທາງກາຣ ຈະນຳໄປຂາຍຕໍ່ໃຫ້ ກຸ່ມນາຍທຶນ ໃນຣາຄາທີ່ແພງກວ່າ ທີ່ໄດ້ຈ່າຍໃຫ້ ປະຊາຊົນ ຕັ້ງຫລາຍເທົ້າ. ທາງເຈົ້າໜ້າທີ່ ຄຸ້ມຄອງທີ່ດິນ ກໍໃຫ້ກາຣ ອະທີບາຍວ່າ:

“ເພາະວ່າເພີ່ນສງວນ ເພື່ອບໍ່ໃຫ້ມີ ກາຣກໍ່ສ້າງຫຍັງຕື່ມ ເພີ່ນເອີ້ນວ່າ ເຂຕສງວນຂອບທາງ ເພີ່ນບໍ່ໃຫ້ບ້ານ ມາຕິດກັບຖນົນ ແຕ່ລະບ້ານນີ້ ຈະຕ້ອງມີ ຂອບທາງ ເພື່ອວ່າ ໃນອະນາຄົຕ ເຮົາອາຈຈະມີ ກາຣຂຍາຍທາງ ໄປອີກບໍ? ຖ້າວ່າເຮົາຂຍາຍ ທາງໄປອີກ ເຮົາຈະບໍ່ຊົດເຊີຽອີກ ຖ້າໃນກໍຣະນີວ່າ ເຮົາໄປໃຫ້ກຳໜົດ ໃຫ້ຕິດແຄມທາງ ປະຊາຊົນ ຂະເຈົ້າ ມາປຸກເຮືອນ ຕິດແຄມທາງນີ້ ເວລາຈະຂຍາຍ ທາງໃໝ່ ມັນກໍຕ້ອງໄດ້ ເວົ້າເຣື່ອງ ກາຣຊົດເຊີຍກັນອີກ ກໍມີບັນຫາ ຄືແນວນັ້ນ ເພີ່ນກໍເລີຽ ສງວນໄປ”.

ຍານາງ ໄດ້ກ່າວຢ້ຳວ່າ: ໂຄງກາຣປັບປຸງ ເສັ້ນທາງ ນີ້ຖືວ່າ ທາງຣັຖບາລໃຫ້ຄ່າ ຊົດເຊີຍທີ່ດິນ ແກ່ປະຊາຊົນ ໃນຣາຄາທີ່ ເໝາະສົມແລ້ວ ເນື່ອງຈາກວ່າ ເປັນເຂຕພື້ນທີ່ ທີ່ຍັງບໍ່ໄດ້ມີກາຣ ພັທນາ ແຕ່ຢ່າງໃດ ແລະ ອີກຢ່າງໜຶ່ງ ທາງຣັຖບາລ ກໍມີສິທທີ່ຈະສງວນ ພື້ນທີ່ຂອບທາງ ໃຫ້ເປັນຂອງ ສາທາຣະນະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.