ການຜລິດແຮ່ທາດ ຂອງບໍຣິສັດ ແພນ ອັອສທ໌ ດໍາເນີນໄປ ຕາມແຜນການທີ່ໄດ້ກໍານົດໄວ້ ປະຈໍາປີ ຄື ຜລິດທອງແດງໄດ້ 64 ພັນຕັນ ແລະ ຄໍາ ໄດ້ 135 ພັນ ອ໋ອນ ໃນການປະຕິບັດງານ ພາກຂຍາຍ, ອີງຕາມຣາຍງານ ຂອງບໍຣິສັດ ແພນ ອັອສທ໌ ໃນມື້ວັນທີ 29 ຕຸລາ.
ບໍຣິສັດ ຂອງອັອສເຕຣເລັຍ ທີ່ຜລິດທອງແດງ ແລະ ຄໍາ, ທີ່ດໍາເນີນງານ ໃນເຂດເອເຊັຍຕາເວັນອອກສ່ຽງໃຕ້, ເວົ້າວ່າ ຜົລຜລິດ ທອງແດງ ປະຈໍາໄຕຣມາດ ທີ່ພູຄໍາ ປະເທດລາວ ມີເຖິງ 14,933 ຕັນ ທີ່ໃຊ້ມູນຄ່າ 1 ດອນລາ 22 ເຊັນ ຕໍ່ ພາວດ໌ ຫລັງຈາກ ການຜລິດ. ມູນຄ່າໃນການໃຊ້ຜລິດ ໃນຊ່ວງເວລາ 9 ເດືອນ ຈົນມາຮອດ ວັນທີ 30 ເດືອນກັນຍານີ້ ສເລັ່ຍແລ້ວ ປະມານ 1 ດອນລາ 9 ເຊັນ ຕໍ່ ພາວດ໌. ເຈົ້າໜ້າທີ່ ບໍຣິສັດ ແພນ ອັອສທ໌ ທີ່ຫ້ອງການ ນະຄອນຫລວງວຽງຈັນ ເວົ້າວ່າ:
”ຢູ່ພູຄໍາ ມີແຕ່ຄໍາ ແລະ ທອງແດງ ແຕ່ບໍ່ມີເງິນ. ແລ້ວ ຢູ່ບ້ານຫ້ວຍຊາຍ ມີແຕ່ຄໍາ ກັບເງິນ ແຕ່ບໍ່ມີຄໍາ”
ໂຄງການ ບໍ່ຄໍາ ທີ່ພູຄໍາ ໄດ້ເຣີ້ມ ປະຕິບັດງານ ໃນພາກຂຍາຍ ອອກໄປຕື່ມ ເມື່ອທ້າຍໄຕຣມາດ ທີ່ 3 ໃນເດືອນກັນຍາ ຜ່ານມາ ພາຍຫລັງ ທີ່ສໍາເລັດ ການຍົກຣະດັບ ທີ່ ພູຄໍາ, ຊຶ່ງທາງບໍຣິສັດ ເວົ້າວ່າ ໃນໄຕຣມາດ ທີ 4 ເດືອນທັນວານີ້, ທາງບໍຣິສັດ ຈະມີ ອັຕຣາການຜລິດ ແລະ ຄຸນນະພາບ ທອງແດງ ທີ່ຫລາຍກ່ວາ ແລະ ດີກວ່າ.
ທາງບໍຣິສັດ ຍັງຣາຍງານ ກ່ຽວກັບ ການຜລິດ ທີ່ໄດ້ຮັບຜົລດີ ໃນການຂຸດຄົ້ນ ແຮ່ຄໍາ ແລະ ເງິນ ໃນບໍ່ຄໍາ ບ້ານຫ້ວຍຊາຍ ອີກດ້ວຍ ໃນຣະຫວ່າງ ເດືອນກັນຍາ, ຊຶ່ງເປັນການຜລິດ ທີ່ຄົງທີ່ ແລະ ຈະຢູ່ໃນຣະດັບນີ້ ໄປຈົນຮອດ ທ້າຍປີ 2012.