ການຂື້ນໃບຕາດິນ ຢູ່ສປປລາວ
2012.10.23
ການຂື້ນທະບຽນ ໃບຕາດິນ ບໍ່ວ່າຈະເປັນດິນ ທີ່ເຄີຍເປັນ ຂອງຣັຖມາກ່ອນ ດິນສືບທອດ ມູນມັງ ດິນຊື້ຂາຍກັນ ດິນຈັດສັນ ຫລືວ່າດິນ ທີ່ຕົກຄ້າງ ຈາກການປົກຄອງ ຣະບອບເກົ່າ ທີ່ ເຈົ້າຂອງ ໄດ້ຫລົບໜີ ແລະ ຍັງບໍ່ໄດ້ຈັດສັນ ໃຫ້ຜູ້ໃດ ແຕ່ມີຄົນເຂົ້າຢູ່ ຊໍາຊານັ້ນ ດຽວນີ້ກໍມີ ເຈົ້າໜ້າທີ່ ມາແທກ ແລະ ມີຂ່າວວ່າທາງການ ເພີ່ນດໍາເນີນ ການຂື້ນທະບຽນ. ຕາມຄໍາເວົ້າ ຂອງ ຊາວເມືອງວຽງຈັນ ທີ່ບໍ່ປະສົງ ອອກຊື່ກ່າວວ່າ:
"ກະໄດ້ຍິນວ່າເພິ່ນ ທະຍອຍເຮັດຢູ່ໃດ ຫາກບໍ່ໄດ້ຍິນວ່າ ເຮັດຮອດ ຂັ້ນໃດ".
ໃບຕາດິນ ຢັ້ງຢືນສິດນໍາໃຊ້ ທີ່ດິນຖືກຕ້ອງຕາມ ກົດໝາຍ ຢ່າງຖາວອນ ແລະ ຣັຖບານລາວ ໄດ້ຕັ້ງເປົ້າໝາຍ ໄວ້ວ່າ ການອອກໃບຕາດິນ ໃນທົ່ວປະເທດລາວ ຈະຕ້ອງໃຫ້ໄດ້ 1 ລ້ານ ຕອນ ຊຶ່ງຮອດ ປັດຈຸບັນ ມີໄດ້ແລ້ວ 6 ແສນ 5 ໝື່ນຕອນ. ຊາວເມືອງວຽງຈັນ ທ່ານນີ້ ກ່າວຕໍ່ໄປວ່າ ການຂື້ນທະບຽນ ໃບຕາດິນ ຢູ່ລາວ ສ່ວນຫລາຍ ບໍ່ມີຜູ້ຢາກເຮັດເອງ ຫລືແລ່ນເອງ ເພາະຕ້ອງໄດ້ເສັຽຄ່າ ນໍ້າຮ້ອນນໍ້າຊາ:
"ສ່ວນຫລາຍຈະຈ້າງ ຂາດໂຕ ຈະວ່າຂະເຈົ້າ ບໍ່ຮູ້ກະແມ່ນ ລະກະບໍ່ຢາກໄປ ເອາະເຍາະແອະແຍະ ກັບເຈົ້າໜ້າທີ່ ຫັ້ນນະ ເພາະໄປບ່ອນໃດ ກໍມີແຕ່ບ່ອນ ຢາກຕອນ".
ນັ້ນຄື ຄວາມລໍາບາກໃຈ ຂອງຜູ້ແລ່ນເອົາເອງ ທັງເປືອງ ນໍ້າມູກນໍ້າມັນ ກໍເລີຍໂສເສັຽ 4-5 ລ້ານກີບ ແລ້ວນັ່ງຖ້າ ໃບຕາດິນຢູ່ບ້ານ ຈະດີກວ່າ. ຕາມຄໍາເວົ້າຂອງ ຊາວລາວ ແລ້ວແມ່ນວ່າ: ຖ້າແລ່ນເອງ 2-3 ຮ້ອຍຕາ ຕະລາງແມັຕ ກໍເສັຽຢູ່ ປະມານ 2 ລ້ານກີບ, ໃຫ້ຄົນອື່ນແລ່ນໃຫ້ ກໍເສັຽ 4-5 ລ້ານກີບ. ແຕ່ຖ້າແລ່ນເອງ ກໍຕ້ອງມີຂໍ້ມູນ ວ່າເຮັດແນວໃດ ເອົາເອກກະສານ ຈາກໃສ ໄປຫາໃຜ ຂັ້ນຕອນແນວໃດ ເພາະທາງການເພີ່ນ ຈະບໍ່ມີ ເອກກະສານ ມາແນະນໍາ ຈື່ງເປັນຊ່ອງຫວ່າງ ໃຫ້ເຈົ້າໜ້າທີ່ ສວຍໂອກາດ ຫາເງິນ ເຂົ້າຖົງຕົນເອງ ກໍວ່າໄດ້.