ນາຍບ້ານຂູ່ຊາວຄຣິສຕຽນ ໃຫ້ເຊົາເຊື່ອຖື
2012.08.10

ກ່ຽວກັບເຣື່ອງ ທີ່ວ່ານີ້ ປະຊາຊົນ ທ້ອງຖິ່ນ ໃນເຂດດັ່ງກ່າວ ເວົ້າໃນວັນທີ 9 ສິງຫາ ນີ້ວ່າ ນາຍບ້ານ ບໍ່ອະນຸຍາດ ໃຫ້ເຊື່ອຖື ແລະວ່າ ຈະບໍ່ຮັບຜິດຊອບ ຕໍ່ເຫດການຕ່າງໆ ທີ່ອາດຈະ ເກີດຂຶ້ນ ກັບຊາວຄຣິສຕຽນ:
"ເຣື່ອງຄວາມເຊື່ອ ເຂົາກໍເຊື່ອ 3 ເດືອນ ກວ່າໆ ເຂົາບໍ່ອະນຸຍາດ ໃຫ້ເຊື່ອ ທີ່ບ້ານຂອງເຂົາ ເພາະວ່າບ້ານ ຂອງເຂົາ ເປັນບ້ານພຸທ ກັບຜີ ທາງນາຍບ້ານ ກໍປະກາດ ທີ່ບ້ານຂອງເຂົາ ຖ້າວ່າບໍ່ເຊົາເຊື່ອ ຈະບໍ່ຮັບຜິດ ຊອບຕໍ່ຮ່າງກາຍ ໂດຍສະເພາະ ບໍ່ຮັບຜິດຊອບ ຕໍ່ຊີວິດ ການເປັນຢູ່ ຫາກເກີດເຣື່ອງ ຫຍັງມາ ບໍ່ຮັບຜິດຊອບ ທັງໝົດ".
ລາວເວົ້າຕື່ມ ອີກວ່າ ໃນ 5 ຄອບຄົວ ທີ່ວ່ານັ້ນ ມີ 4 ຄອບຄົວ ທີ່ຫາກໍເລີ່ມ ມາເຊື່ອຖື ສາສນາເຍຊູ ແລະ ອີກຄອບຄົວນຶ່ງ ແມ່ນນັບຖືມາ ໄດ້ປະມານ 7 ປີ ແລ້ວ ແລະວ່າ ມີບັນຫາຍ້ອນ 5 ຄອບຄົວ ຊາວຄຣິສຕຽນ ທີ່ບ້ານາຫົວຂົວ ນີ້ບໍ່ເຂົ້າຮ່ວມ ພິທີທາງ ສາສນາພຸທ ຊຶ່ງຄົນສ່ວນໃຫຍ່ ໃນບ້ານນັ້ນ ນັບຖື.
ໃນຂນະດຽວກັນ ແນວລາວສ້າງຊາດ ທີ່ຮັບຜິດຊອບ ເຣື່ອງສາສນາ ກໍຮັບວ່າ ມີບັນຫາ ດັ່ງກ່າວເກີດຂຶ້ນ ແຕ່ບັນຫາ ສ່ວນຫລາຍ ແມ່ນຈະມາຈາກ ການນັບຖື ຮີດຄອງ ຂອງປະຊາຊົນ ບໍ່ຄືກັນ. ດັ່ງເຈົ້າໜ້າທີ່ ສູນກາງ ແນວລາວສ້າງຊາດ ທີ່ ຮັບຜິດຊອບ ສາສນາ ເວົ້າວ່າ:
"ສ່ວນຫລາຍບັນຫາ ເກີດຢູ່ທາງ ເມືອງລາວເຮົານີ້ ບໍ່ແມ່ນກ່ຽວກັບ ສາສນາຫລອກ ແຕ່ວ່າກ່ຽວຂ້ອງກັບ ການພົວພັນ ເຣື່ອງປະເພນີ ຫລາຍກວ່າ ເພາະວ່າ ຄົນບາງກຸ່ມ ທີ່ເຊື່ອຖື ສາສນາເຍຊູ ນີ້ກໍມັກ ຈະຂັດກັບ ຮີດຄອງ ຂອງນາຍບ້ານ ກໍໄດ້ມັກມີ ບັນຫາຣະຫວ່າງ ຊາວບ້ານ".
ທ່ານວ່າ ເຣື່ອງການຂົ່ມຂູ່ ຂອງອໍານາດ ການປົກຄອງ ທ້ອງຖິ່ນນັ້ນ ກໍຈະໄດ້ ຮັບຂ່າວ ຢູ່ເລື້ອຽໆ ຈາກຂ່າວສານ ແລະ ບາງຄັ້ງກໍໄດ້ ຮັບໜັງສື ຈາກ ສະຖານທູດ ອະເມຣິກາ ທີ່ເວົ້າເຖິງ ສິດທິ ໃນການນັບຖື ສາສນາ ແຕ່ເມື່ອລົງໄປ ສືບຫາຂໍ້ມູນ ຄວາມຈິງ ຕາມພື້ນທີ່ ກໍຈະບໍ່ແມ່ນ ຄືຂ່າວ ທີ່ໄດ້ຮັບນັ້ນ.