ຂ.ອຸດົມໄຊມີແຜນສ້າງ ເຂດເສຖກິຈ 5 ແຫ່ງ
2012.01.30

ກົດຟັງສຽງ
ໃນແຜນການ ເສຖກິຈ ດັ່ງກ່າວ ຍັງຢູ່ໃນ ຂັ້ນກະຕຣຽມ ເອກກະສານ ເພື່ອສເນີຕໍ່ ຣັຖບານ. ເຈົ້າໜ້າທີ່ ກ່ຽວຂ້ອງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
"ຍັງເປັນຂັ້ນ ກະຕຽມ ເອກກະສານຢູ່ ຂະເຈົ້າຍັງ ປຶກສາກັນຢູ່ ຄວາມຄືບໜ້າ ກະຍັງ ນັ້ນເທື່ອເນາະ".
ທ່ານເວົ້າຕໍ່ ໄປວ່າ ເຂດເສຖກິຈ ທັງ 5 ບ່ອນ ຈະຕັ້ງຢູ່ເຂດ ເມືອງປາກແບງ ເຂດຕາດນໍ້າກັດ ເມືອງໄຊ ເຂດຖໍ້າຈອມ ອ່າງຫິນເມືອງໄຊ ເຂດເມືອງຫລາ ເມືອງຂວາ ແລະ ເຂດບ້ານຂວາງ ນາໝໍ້. ປັດຈຸບັນ ເຂດ ທັງໝົດ ຢູ່ໃນລາຍຊື່ ບັນດາເຂດ ທີ່ທາງແຂວງ ສເນີເຂົ້າຢູ່ ໃນເປົ້າໝາຍ ພັທນາ.
ສໍາລັບເຂດ ທັງ 5 ບ່ອນ ທີ່ເປັນເປົ້າໝາຍ ຂອງການ ພັທນານີ້ ທາງການ ລະບຸວ່າ ເປັນພື້ນທີ່ ກະຕຽມໄວ້ ເພື່ອການກໍ່ສ້າງ ຂອງຣັຖບານ ຊຶ່ງບໍ່ມີດິນ ຂອງ ປະຊາຊົນ ເລີຍ. ເຈົ້າໜ້າທີ່ ອີກຜູ້ນື່ງ ເວົ້າວ່າ:
"ເຂດເປົ້າໝາຍ ພັທນາ ຄືມີເປັນ ທີ່ດິນໄວ້ ສໍາລັບຕັ້ງ ເປັນເຂດ ແຕ່ຍັງບໍ່ທັນ ມີຜູ້ພັທນາ ຣັຖບານ ໄດ້ຈັດສັນ ທີ່ດິນໄວ້".
ຮອດປັດຈຸບັນ ທາງການ ແຂວງອຸດົມໄຊ ຍັງບໍ່ທັນ ຮູ້ວ່າ ຈະເລີ້ມ ການກໍ່ສ້າງ ເຂດເສຖກິດ ມື້ໃດ ແລະ ປີໃດແທ້ ເພາະຍັງລໍຖ້າ ຄວາມເຫັນ ຂອງ ຣັຖບານຢູ່. ຫາກເຂດ ເສຖກິດ ທັງ 5 ແຫ່ງ ໄດ້ຮັບ ອະນຸມັດ ກໍ່ສ້າງ ແຂວງອຸດົມໄຊ ກໍຈະເປັນ ແຂວງອັນດັບ 2 ຂອງລາວ ທີ່ມີເຂດ ເສຖກິຈ ຫລາຍທີ່ສຸດ ຮອງຈາກ ນະຄອນຫລວງ ວຽງຈັນ ທີ່ມີແຜນ ການກໍ່ສ້າງ ທັງໝົດ 7 ແຫ່ງ.