ຂ.ອຸດົມໄຊວາງແຜນ ກໍາຈັດຍຸງ

ທາງກາຣ ແຂວງອຸດົມໄຊ ເອົາມາຕກາຣ ເພື່ອທຳລາຍ ແຫລ່ງ ເພາະພັນ ຂອງຍຸງ.
ຫວາດ ສີມູນ
2012.09.14

ເນື່ອງຈາກວ່າ ມີກາຣຣະບາດ ຂອງ ພຍາທດັ໋ງກີ໊ (Dengue) ຫລືໄຂ້ເລືອດອອກ ຢູ່ທາງພາຄເໜືອ ຂອງລາວ ໂດຽສະເພາະ ໃນ ແຂວງອຸດົມໄຊ ທີ່ເຮັດໃຫ້ມີຜູ້ ເສັຍຊີວີຕ ໄປແລ້ວຫລາຍຄົນ ສະນັ້ນ ທາງກາຣແຂວງ ຈື່ງມີກາຣຣະດົມ ເຈົ້າໜ້າທີ່ກ່ຽວຂ້ອງ ລົງພື້ນທີ່ ຕາມບ້ານຕ່າງໆ ຊ່ວຍກັນທຳລາຍ ແຫລ່ງ ເພາະພັນຍຸງ ເພື່ອແກ້ໄຂບັນຫາ ຂອງ ກາຣຣະບາດໄຂ້ຍຸງ ໃຫ້ຫລຸດຜ່ອນລົງ. ດັ່ງເຈົ້າໜ້າທີ່ ແຜນກ ສາທາຣະນະສຸຂ ປະຈຳແຂວງ ໄດ້ກ່າວວ່າ:

“ມື້ນີ້ແມ່ນ (ມື້ທຳຄວາມສະອາດ) ເຮັດບີ໊ກ ກລິນນີ໊ງເດຍ໌ big cleaning day ຫັ້ນນ໋າ ເຮົາຈະແບ່ງເປັນທີມງານ ຮວມໂດຽນຳໃຊ້ ນັກສຶກສາແພທຍ໌ ນີ້ເນາະ ລົງແຕ່ລະບ້ານ ໂດຽໄປສົມທົບ ກັບ ອຳນາຈກາຣ ປົກຄອງບ້ານ ອົງກາຣຈັດຕັ້ງບ້ານ ແລ້ວກໍຫົວໜ້າ ຄອບຄົວ ເລາະໄປແຕ່ລະເຮືອນ ແລ້ວກໍເບີ່ງ ມີກະໂປະ ກະປ໋ອງ ແມ່ນຫຍັງກໍເກັບໃສ່ ຖົງຢາງ ແມ່ນຫຍັງຫັ້ນນ໋ະ ເອົາຊາຍ Abate ເອົາຖົງຢາງໄປ”.

ພ້ອມດຽວກັນນີ້ ທ່ານກໍວ່າ ກາຣຣະດົມ ພາຄສ່ວນຕ່າງໆ ເພື່ອກຳຈັດກາຣຣະບາດ ຂອງພຍາທໄຂ້ເລືອດອອກ ຄັ້ງນີ້ ກໍຮວມທັງ ນັກສຶກສາ ກາຣແພທຍ໌ ເຈົ້າໜ້າທີ່ ຕຳຣວຈ ທະຫາຣ ແລະພນັກງານສາ ທາຣະນະສຸຂ ຮວມເປັນປະມານ 240 ຄົນ ດ້ວຍກັນ ເລາະໄປພົ່ນຢາຂ້າຍຸງ ແລະ ທຳລາຍແຫລ່ງ ເພາະພັນຍຸງ ຕາມພື້ນທີ່ຕ່າງໆ.

ເຈົ້າໜ້າທີ່ທ່ານນີ້ ໄດ້ແຈ້ງເພີ່ມວ່າ ສະຖານະກາຣ ຂອງພຍາທຍ໌ໄຂ້ຍຸງ ຢູ່ແຂວງ ອຸດົມໄຊ ໃນປັຈຈຸບັນນີ້ ຖືວ່າຢູ່ໃນຂັ້ນ ທີ່ໜ້າເປັນຫ່ວງ ດັ່ງຈະເຫັນໄດ້ ຈາກຂໍ້ມູລຫລ້າສຸດ ໃນສັປດາ ຜ່ານມາ ທີ່ວ່າມີຜູ້ຕິດເຊື້ອ ທັງໝົດ 1,124 ຄົນ ພ້ອມກັບ ມີຜູ້ເສັຍຊີວີຕ ໄປແລ້ວ ບໍ່ຕໍ່າກວ່າ 4 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.