ໂອຊາມາບິນລາດິນ ຖືກຂ້າຕາຍແລ້ວ

ປະທານາທິບໍດີ ສະຫະຣັຖ ຖແລງ ຕໍ່ຄອບຄົວ ຊາວ ອະເມຣິກັນ ຜູ້ທີ່ເສັຽ ຊີວິດ ໃນເຫດການ september 11 ຜ່ານທາງ ໂທຣະທັດ ໃນຕອນ ກາງຄືນ ຂອງ ວັນອາທິດ ນີ້ວ່າ ນາຍ ໂອຊາມາ ບິນລາດິນ ຜູ້ວາງແຜນ ໂຈມຕີ ສະຫະຣັຖ ໃນວັນທີ 11 ເດືອນ ກັນຍາ ປີ 2011 ນັ້ນ ຖືກຂ້າຕາຍ ແລ້ວ ແລະ ຄວາມ ຍຸທຕິທັມ ຕໍ່ຄອບຄົວ ຜູ້ທີ່ເສັຽ ຊີວີດ ແລະ ໄດ້ຮັບ ເຄາະຮ້າຍ ກໍ່ຖືກ ປະຕິບັດ ແລ້ວ ຢ່າງສົມບູນ.

ທີ່ແບ໊ກແດ໊ດ ປະເທດ ອິຣັກ ຊາວອິຣັກກີ ພາກັນ ຟັງຂ່າວ ຜ່ານດາວທຽມ ທີ່ນໍາເອົາຮູປ ການຕາຍ ຂອງ ໂອຊາມາ ບີນລາດິນ ມາອອກ ໃນວັນທີ 2 ພຶສພາ 2011.
ທີ່ແບ໊ກແດ໊ດ ປະເທດ ອິຣັກ ຊາວອິຣັກກີ ພາກັນ ຟັງຂ່າວ ຜ່ານດາວທຽມ ທີ່ນໍາເອົາຮູປ ການຕາຍ ຂອງ ໂອຊາມາ ບີນລາດິນ ມາອອກ ໃນວັນທີ 2 ພຶສພາ 2011. (AFP PHOTO/SABAH ARAR)

0:00 / 0:00

ກົດຟັງສຽງ

ທ່ານ ໂອບາມາ ກ່າວໃນ ຕອນນື່ງວ່າ:

"ໃນຄືນນີ້ ທ່ານຢາກ ລາຍງານ ຕໍ່ປະຊາຊົນ ຊາວ ອະເມຣິກັນ ແລະ ຕໍ່ຊາວໂລກ ວ່າ ສະຫະຣັຖ ໄດ້ດຳເນີນງານ ທາງດ້ານ ທະຫານ ໄດ້ສັງຫານ ນາຍ ບິນລາດິນ ຫົວຫນ້າກຸ່ມ ອາວໄຄດາ ຊື່ງເປັນກຸ່ມ ກໍ່ການຮ້າຍ ທີ່ໄດ້ ຂ້າ ປະຊາຊົນ ທີ່ສຸຈຣີດ ຫລາຍສິບພັນ ຄົນ ຮວມທັງ ເດັກນອ້ຍ".

ປະທານາທິບໍດີ ສະຫະຣັຖ ໄດ້ກ່າວ ເຖິງການຕາຍ ຂອງນາຍ ບີນລາດີນ ວ່າ ເປັນຜົລສຳເຣັດ ອັນໃຫຍ່ຫລວງ ທີ່ທາງການ ສະຫະຣັຖ ໄດ້ຮັບ ຈາກການເປີດ ສົງຄາມ ປາບປາມກຸ່ມ ກໍ່ການຮ້າຍ ອາວໄຕດາ ທີ່ທະຫານ ສະຫະຣັຖ ສລະຊີວີດ ຂອງພວກ ຂະເຈົ້າ ແລະຫລາຍຄົນ ກໍ່ເສັຽ ຊີວີດ ແລະ ໄດ້ຮັບ ບາດເຈັບ ໃນການ ສູ້ລົບກັນ. ທ່ານກ່າວ ເພີ້ມອີກວ່າ ສະຫະຣັຖ ບໍ່ໄດ້ເລືອກ ເຮັດສົງຄາມ ກັບຜູ້ ກໍ່ການຮ້າຍ ແຕ່ກຸ່ມ ດັ່ງກ່າວ ນຳບັນຫາ ມາໃຫ້ ສະຫະຣັຖ ເອງ.

ຫລັງຈາກ ທຳສົງຄາມ ກັບກຸ່ມ ດັ່ງກ່າວ ມາເປັນ ເວລາ 10 ປີ ພວກເຮົາ ກໍ່ຮູ້ວ່າ ຜົລກະທົບ ຈາກສົງຄາມ ນັ້ນຄືຫຍັງ, ເຮົາບອກໄດ້ ຈາກສາຍຕາ ຂອງເຫລົ່າ ທະຫານ ຜູ້ທີ່ໄດ້ ຮັບບາດເຈັບ ຈາກສົງຄາມ ແລະ ຈາກຄອບຄົວ ຜູ້ທີ່ ເສັຽ ຊີວີດ.

ນາຍ ບິນລາດິນ ໄດ້ຫລີ້ ຢູ່ໃນເຮືອນ ຕືກຫລັງນື່ງ ຢ່າງສຳຣານ ເຂດນອກ ຂອງກຸງ ອີສລາມາບັດ ປາກີສຖານ ເຮືອນຫລັງ ດ່ັງກ່າວ ຖືກສີ້ງຊອມ ມາດົນ ພໍສົມຄວນ ເມື່ອໄດ້ໂອກາດ ທ່ານ ໂອບາມາ ກໍອອກຄຳສັ່ງ ໃຫ້ເຂົ້າ ໂຈມຕີ. ໃນການ ປະທະກັນ ນາຍ ບິນລາດິນ ໄດ້ຖືກ ຍີງຕາຍ, ທາງການ ສະຫະຣັຖ ຍຶດສົບໄວ້ ເພື່ອການ ສັລສູດ.

ທ່ານ ໂອບາມາ ໄດ້ຂອບໃຈ ຫນ່ວຍສືບລັບ ສະຫະຣັຖ ແລະ ປາກີສຖານ ທີ່ໃຫ້ຄວາມ ຮ່ວມມື ໃນການ ປະຕິບັດງານ ດ່ັງກ່າວ.