ການຜລິດຝິ່ນ ໃນລາວປີນີ້ເພີ້ມຂຶ້ນ

ການຜລິດ ຝີ່ນ ໃນ ສປປລາວ ປີນີ້ ເພີ່ມຂຶ້ນ 58 ເປີເຊັນ ແລະ ເຖິງແມ່ນວ່າ ຜົລຜລິດ ລວມ ຈະມີ 18 ຕັນ ແຕ່ກໍຖືວ່າ ເປັນການ ເພີ້ມຂຶ້ນ ຢ່າງເຫັນໄດ້ ແຈ່ມແຈ້ງ ຖ້າທຽບໃສ່ Afghanistan ແລະ ພະມ້າ ຊຶ່ງເປັນ 2 ປະເທດທີ່ ນໍາໜ້າ ໃນການຜລິດ ຝີ່ນ ແລະ ເຮໂຣອີນ ມາໄດ້ 10 ກວ່າປີ ແລ້ວນັ້ນ.
ມະນີຈັນ
2010.12.14
F-opium-map ແຜນທີ່ຂອງພື້ນທີ່ ທີ່ມີການຜລິດຝິ່ນ ໃນປີ 2010
RFA

ກົດຟັງສຽງ

ຂ່າວ DPA ຣາຍງານ ຈາກ ບາງກອກ ໃນວັນທີ 13 ທັນວາ ນີ້ວ່າ Afghanistan ຜູ້ຜລິດຝີ່ນ ແລະ ເຮໂຣອີນ ທີ່ນໍາໜ້າ ປະເທດອື່ນໆ ໃນໂລກ ມາດົນກວ່າ 1 ທົສວັດ ນັ້ນ ມາປີນີ້ ຜລິດໄດ້ ໜ້ອຍລົງຍ້ອນ ພຍາດເຊື້ອລາ ຣະບາດ.

ອົງການ ກວດກາ ຢາເສບຕິດ ແລະ ອາສຍາກັມ ສະຫະປະຊາຊາດ ຫລື UNODC ໄດ້ນໍາພາ ໂຄງການ ປູກພືດທົດແທນ ໃນແຂວງ ພາກເໜືອ ຂອງລາວ ແລະ ພາກຕາເວັນອອກ ສຽງເໜືອ ຂອງພະມ້າ ມາແຕ່ປີ 1996 ໂດຍໄດ້ຮັບ ການຊ່ວຍເຫລືອ ທາງດ້ານການເງິນ ສ່ວນໃຫຍ່ ຈາກ ສະຫະພາບ ຢູໂຣບ ຈາກຣັຖບານ ປະເທດ Australia ແລະ ເຢັຽຣະມັນ. 

ເຖິງແມ່ນວ່າ ໂຄງການ ດັ່ງກ່າວ ຈະປະສົບ ຄວາມສໍາເຣັດ ໃນການຫລຸດຜ່ອນ ການຜລິດ ຝີ່ນ ໃນປະເທດ ເຂດຕ່າງໆ ຢູ່ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຈາກ 1760 ຕັນ ໃນປີ 1996 ມາຍັງ 312 ຕັນ ໃນປີ 2006  ແຕ່ ຜົລຜລິດຝີ່ນ ກໍໄດ້ເພີ່ມຂຶ້ນ ນັບແຕ່ນັ້ນມາ. ໃນນັ້ນ ສ່ວນນຶ່ງກໍອາຈ ເປັນຍ້ອນ ສະພາບດິນ ຟ້າອາກາດ ແລະ ການສນອງ ອາຫານ ທີ່ຫລຸດລົງ ໃນຂົງເຂດ ດັ່ງກ່າວ ອັນເຮັດໃຫ້ ມີຫລາຍຄອບຄົວ ກ້າວສູ່ການ ປູກຝີ່ນ ເພີ່ມຂຶ້ນ ເພື່ອໄດ້ເງິນ ມາຊື້ອາຫານ ການກິນ. 

ຣາຍງານ ຂອງ UNODC ຣະບຸວ່າ ຈໍານວນອາຫານ ໃນເກືອບວ່າ ທົ່ວພາກພື້ນ ໜ້ອຍລົງ ແລະວ່າ ການຫລຸດລົງ ຂອງອາຫານ ເປັນເລື້ອງທີ່ ໜ້າເປັນຫ່ວງ ເພາະມັນ ສາມາດເຮັດໃຫ້ ການປູກຝິ່ນ ເພີ່ມຂຶ້ນ ໃນຂັ້ນຕໍ່ໄປ.  
ການຕັດໄມ້ ທໍາຣາຍປ່າ ໃນເຂດຫ່າງໄກ ຂອງລາວ ແລະ ພະມ້າ ອາດເປັນອີກ ສາເຫດນຶ່ງ ທີ່ເຮັດໃຫ້ ຜົລຜລິດ ອາຫານ ຫລຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.