ຝິ່ນຢູ່ລາວເພີ້ມຂື້ນ

ການປູກຝິ່ນ ຢູ່ລາວ ເພີ້ມຂື້ນ ເຖິງ 64 ສ່ວນຮ້ອຍ ເມື່ອທຽບໃສ່ ປີກາຍ.
ອະວາຣີ
2012.11.01

ຫ້ອງການ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານ ເມື່ອວັນທີ່ 31 ເດືອນຕຸລາ 2012 ນີ້ວ່າ ການປູກ ແລະ ການຜລິດຝິ່ນ ຢູ່ລາວ ວ່າຍັງໜ້ອຍ ກວ່າຢູ່ພະມ້າ ແຕ່ກໍເພີ້ມຂື້ນ ໃນຣະຍະສອງສາມປີ ຜ່ານມາ.

ພື້ນທີ່ປູກຝິ່ນຢູ່່ລາວ ໃນປີນີ້ເພີ້ມຂື້ນ ເປັນ 6,800 ເຮັກຕາຣ໌ ເພີ້ມຂື້ນຈາກ 4,100 ເຮັກຕາຣ໌ ເມື່ອປີກາຍ ແປວ່າ ເພີ້ມຂື້ນກວ່າ 66 ສ່ວນຮ້ອຍ. ເຊັ່ນດຽວກັນ ການຜລິດຝິ່ນ ເພີ້ມຂື້ນຈາກ 25 ຕັນ ເປັນ 41 ຕັນ ຫລື ເພີ້ມຂື້ນເຖິງ 64 ສ່ວນຮ້ອຍ. ຄອບຄົວລາວ ທີ່ປູກຝິ່ນ ກໍເພີ້ມຂື້ນ ຄືໃນປີນີ້ ຈະມີຄົນລາວ ປູກຝິ່ນທັງໝົດ 38,000 ຄອບຄົວ ເມື່ອປີກາຍມີແຕ່ 20,000 ຄອບຄົວ.

ຫ້ອງການຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານອີກວ່າ ປະຊາຊົນລາວ ປູກຝິ່ນ ສ່ວນນຶ່ງແມ່ນເພື່ອ ໃຊ້ເອງກິນເອງ ແຕ່ອີກສ່ວນນຶ່ງ ເພື່ອຂາຍ ຂື້ນໄປຈີນ.

ຣັຖບານສປປລາວ ປະກາດລົບລ້າງ ການປູກຝິ່ນ ຢ່າງສີ້ນເຊີງເມື່ອ 6-7 ປີກ່ອນ ຫລັງຈາກນັ້ນ ຣັຖບານລາວ ກໍໄດ້ຮັບການ ຊ່ວຍເຫລືອ ຈາກຕ່າງປະເທດ ເພື່ອ ປາບປາມ ການຜລິດຝິ່ນ. ຜົນປາກົດວ່າ ໃນເບື້ອງຕົ້ນ ພື້ນທີ່ ແລະການຜລິດຝິ່ນ ກໍຫລຸດລົງ ແຕ່ໃນຣະຍະ ສອງສາມປີຜ່ານມາ ການຜລິດຝິ່ນ ຢູ່ລາວ ເພິ້ມຂື້ນຫຼາຍ.

ສໍາຣັບປີນີ້ ຫ້ອງການຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານວ່າ ທາງການລາວ ທຳຣາຍພື້ນທີ່ ປູກຝິ່ນໄດ້ ພຽງແຕ່ 700 ເຮັກຕາຣ໌ເທົ່ານັ້ນ ໃນຈຳນວນ ທັງໝົດ 2,700 ເຮັກຕາຣ໌ ໃນທົ່ວປະເທດ. ໝາຍຄວາມວ່າ ຣັຖບານ ທຳຣາຍພື້ນທີ່ ປູກຝິ່ນພຽງແຕ່ 7 ສ່ວນຮ້ອຍ ເທົ່ານັ້ນ ໃນຂະນະທີ່ ການປູກຝິ່ນ ເພິ້ມຂື້ນ ເຖິງ 66 ສ່ວນຮ້ອຍ.

ອັຟການິສຖານ ເປັນປະເທດ ທີ່ຜລິດຝິ່ນຫລາຍ ທີສຸດໃນໂລກ ທີສອງ ແມ່ນພະມ້າ ແລະ ທີສາມ ແມ່ນສປປ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.