ຜົນເສັຽຂອງຕົ້ນຢາງພາລາ

ທາງການລາວ ບໍ່ແນ່ໃຈ ກ່ຽວກັບ ຜົນກະທົບ ຕໍ່ສີ່ງແວດລ້ອມ ຈາກການປູກ ຢາງພາລາ ຢ່າງຫລວງຫລາຍ ຢູ່ລາວ.
ຈໍາປາທອງ
2012.08.31

ການອະນຸມັດ ໃຫ້ນັກລົງທຶນ ສໍາປະທານ ທີ່ດິນ ປູກຢາງພາລາ ທີ່ຜ່ານມາ ນັ້ນ ທາງການລາວເອງ ກໍຍັງບໍ່ທັນຮູ້ ເທື່ອວ່າຈະມີ ຜົນກະທົບ ໜ້ອຍຫລາຍ ພຽງໃດ ໃນວັນ ຂ້າງໜ້າ ເຖິງແມ່ນວ່າ ໃນປັດຈຸບັນ ຈະມີຣະບົບ ການຈັດການທີ່ດີ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແຂວງ ຈໍາປາສັກ ເວົ້າວ່າ:

"ແຕ່ທີ່ທາງການລາວ ເຂົາກໍສົ່ງເສີມ ການປູກຢູ່ນະ ຕົວນີ້ຕອບ ໄມ້ໄດ້ວ່າ ທໍາໄມມາປູກແລ້ວ ໄມ້ດີຕໍ່ສິ່ງແວດລ້ອມ ທໍານອງນີ້".

ທ່ານວ່າຕອນນີ້ ກໍຍັງບໍ່ຮູ້ ແລະ ໃນອະນາຄົດ ເຮົາກໍບໍ່ຣູ້ ຄືກັນວ່າ ແມ່ນຫຍັງ ຈະເສັຍຫາຍແດ່ ເຮົາກໍຍັງບໍ່ຮູ້. ທ່ານເວົ້າອີກວ່າ ຢາງພາລາ ເປັນພືດ ທີ່ມັກອາກາດຮ້ອນ ແຕ່ບໍ່ສາມາດ ທົນກັບນໍ້າຖ້ວມຂັງ ໄດ້ດົນ ແລະ ມັກເກີດມີ ສັດຕຣູພືດ. ຄວາມເສັຽຫາຽ ມັກເກີດຂື້ນ ຫາກປູກໃນພື້ນທີ່ ທີ່ບໍ່ເໝາະສົມ.

ປັດຈຸບັນ ທາງການລາວ ບໍ່ໄດ້ອະນຸມັດ ໃຫ້ນັກລົງທຶນ ປູກຢາງພາລາ ນັ້ນຫລາຍ ເນື່ອງຈາກວ່າ ຕ້ອງການສົ່ງເສີມ ໃຫ້ຊາວບ້ານປູກ. ດັ່ງທ່ານເວົ້າ ອີກວ່າ:

"ກໍມີ ແຕ່ໄມ້ເຍິ ເພາະວ່າເມື່ອກ່ອນ ເປັນພື້ນທີ່ ໃຫ້ການສໍາປະທານ ໄງ ມັນມີເຢິ ແຕ່ຕອນນີ້ ເປັນເນື້ອທີ່ ສໍາລັບສົ່ງເສີມ".

ການປູກ ຢາງພາລາ ມີຄວາມສ່ຽງ ແລະຄວາມບໍ່ແນ່ນອນ ທາງເສຖກິດ ເປັນຕົ້ນ ບັນຫາຄຸນນະພາບ ຢາງພາລາ ບໍ່ດີ ພ້ອມກັນນັ້ນ ກໍມີຜົນກະທົບ ຕໍ່ທັມມະຊາດ ແລະ ສິ່ງແວດລ້ອມ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.