ໂທຣະສັບສາຍສຸກເສີນ ໃນລາວ
2011.12.02
ກົດຟັງສຽງ
ພາຍຫລັງທີ່ ທາງການລາວ ໄດ້ເປີດ ໂທຣະສັບ ສາຍສຸກເສີນ ໝາຍເລກ 1362 ເພື່ອໃຫ້ຄໍາ ປຶກສາ ແລະ ລາຍງານ ກ່ຽວກັບ ການໃຊ້ ຄວາມຮຸນແຮງ ເຣື່ອງຖົກຖຽງ ວິວາດ ໃນຄອບຄົວ ແລະ ການຄຸ້ມຄອງ ແມ່ຍິງ ແລະ ເດັກນ້ອຍ. ເລີ້ມແຕ່ ວັນທີ 25 ພຶສຈິກາ ເປັນຕົ້ນມາ ໂທຣະລັບ ສາຍສຸກເສີນ ໄດ້ຮັບຄວາມ ສົນໃຈ ຈາກ ແມ່ຍິງລາວ ຢ່າງຫຼວງຫຼາຍ. ເຈົ້າໜ້າທີ່ ຈາກສູນກາງ ສາຍສຸກເສີນ ເວົ້າວ່າ:
"ກໍມີຄົນ ໂທເຂົ້າມາ ຂໍຄໍາປຶກສາ ທຸກມື້ເລີຍ ຖ້າເຂົາມີ ບັນຫາ ໂທມາຂໍ ຄໍາປຶກສາ ເຮົາເນ໋າະ ເຮົາກໍໃຫ້ ການຊ່ວຍເຫລືອ ຂະເຈົ້າຫັ້ນແຫລ໋ະ ຖ້າເຂົາມີ ບັນຫາ ກໍຊ່ວຍເຫລືອ ຂະເຈົ້າເນ໋າະ".
ນາງເວົ້າຕໍ່ ອີກວ່າ ທາງສູນກາງ ສາຍສຸກເສີນ ມີເຈົ້າໜ້າທີ່ ເຮັດວຽກ ແຕ່ 8 ໂມງເຊົ້າ ຫາ 4 ໂມງແລງ ວັນຈັນ ຮອດ ວັນສຸກ. ສ່ວນໃຫຍ່ ແມ່ຍິງ ຈະໂທຣະສັບ ເຂົ້າມາປຶກສາ ບັນຫາ ຄອບຄົວ ທີ່ຕົນ ບໍ່ສາມາດ ແກ້ໄຂໄດ້.
ເຖິງຢ່າງໃດ ກໍດີ ຍັງມີແມ່ຍິງ ທີ່ຍັງບໍ່ຮູ້ ກ່ຽວກັບ ເລກ ໂທຣະສັບ ສາຍສຸກເສີນ ແລະ ຈຸດປະສົງ ໃນວຽກການ ດັ່ງກ່າວ, ນາງຈຶ່ງຂໍ ແນະນໍາໃຫ້ ແມ່ຍິງທຸກຄົນ ທີ່ຄິດວ່າ ຕົນເອງ ກໍາລັງ ປະເຊີນກັບ ບັນຫາ ທີ່ເວົ້າມາ ທັງໝົດນີ້ ໃຫ້ ໂທຣະສັບ ຫາ ເລກ 1362 ເພື່ອຂໍຄໍາ ປຶກສາ ແລະ ລາຍງານ ກ່ຽວກັບ ການໃຊ້ ຄວາມຮຸນແຮງ ໃນຄອບຄົວ. ນາງເວົ້າ ໃນຕອນທ້າຍວ່າ ແມ່ຍິງ ສ່ວນໃຫຍ່ ມັກຈະມີ ບັນຫາ ໃນລັກສນະ ດຽວກັນ.
ການເປີດ ໂທຣະສັບ ສາຍສຸກເສີນ ເປັນ ນະໂຍບາຍ ຂອງຣັຖບານ ເພື່ອສົ່ງເສີມ ໃຫ້ມີຄວາມ ສເມີພາບ ທາງເພດ ແລະ ຫລຸດຜ່ອນ ການໃຊ້ ຄວາມຮຸນແຮງ ທຸກຮູບແບບ ທີ່ມີຕໍ່ ແມ່ຍິງ ແລະ ເດັກນ້ອຍ. ອີກປະການນື່ງ ການໃຊ້ ກໍາລັງ ໃນຄອບຄົວ ແມ່ນບັນຫາ ຂອງສັງຄົມ ທີ່ ຕ້ອງຊ່ວຍກັນ ແກ້ໄຂ ບໍ່ແມ່ນບັນຫາ ສ່ວນໂຕ ພາຍໃນ ຄອບຄົວ.