ປະຊາທິປະໄຕ ຢູ່ສປປລາວ

ຄົນລາວ ຜູ້ນຶ່ງເວົ້າວ່າ ປະຊາຊົນ ລາວ ສ່ວນຫລາຍ ກໍຢາກໃຫ້ມີ ປະຊາທິປະໄຕ ຢ່າງແທ້ຈິງ ຊຶ່ງເປັນ ຣະບອບ ທີ່ ປະຊາຊົນ ມີສິດ ມີສ່ວນ ເລືອກເອົາຜູ້ນຳ.

ທ່ານທອງສີງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ
ທ່ານທອງສີງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ (RFA)

0:00 / 0:00

ກົດຟັງສຽງ

ສໍາລັບ ຄນະຜູ້ນໍາລາວ ເພີ່ນເອິ້ນວ່າ ຣະບອບ ການປົກຄອງ ຢູ່ລາວ ປັດຈຸບັນ ກໍແມ່ນ ຣະບອບ ປະຊາທິປະໄຕ ແຕ່ຄົນລາວ ຜູ້ນີ້ເວົ້າວ່າ ປະຊາທິປະໄຕ ຢູ່ລາວ ມີແຕ່ ຄນະຜູ້ນຳ ມີ ປະຊາທິປະໄຕ ແຕ່ ປະຊາຊົນ ບໍ່ມີສິດມີສຽງ ແນວໃດເລີຍ. ຄົນລາວຜູ້ນັ້ນ ເວົ້າວ່າ:

“ສ່ວນຫລາຍ ກໍຢາກໃຫ້ ປະຊາທິປະໄຕ ຄືກັນ ອັນນີ້ກໍ ຣະບອບ ປະຊາທິປະໄຕ ຄືກັນ ແຕ່ວ່າຊົນຊັ້ນ ທີ່ມີອຳນາດ ຂະເຈົ້າຄຸ້ມຄອງ ກໍເພື່ອຜົນປໂຍດ ຂອງຊົນຊັ້ນ ຂອງຂະເຈົ້າເອງ ປະຊາທິປະໄຕ ໃນສຳຣັບ ຂະເຈົ້າ ໃນກຸ່ມຄົນ ທີ່ວ່າເປັນຜູ້ ນຳພາ ເພາະວ່າ ປະຊາຊົນ ສ່ວນຫລາຍ ກໍບໍ່ມີສິດ ມີສຽງ ຖ້າຂັ້ນເທິງ ສັ່ງແລ້ວກໍຕ້ອງ ໄດ້ປະຕິບັດ ບໍ່ກ້າຂັດ ຄືເກົ່າ”.

ຄົນລາວຜູ້ນີ້ ເວົ້າອີກວ່າ ເຂົາຢາກໃຫ້ ຄນະຜູ້ນຳ ລາວ ໃນປັດຈຸບັນ ປະຕິຮູບ ຣະບອບການເມືອງ ເປີດໃຫ້ ປະຊາຊົນ ມີສິດມີສຽງ ຫລາຍຂື້ນ ແຕ່ຄົນລາວ ອີກຜູ້ນຶ່ງພັດ ເວົ້າວ່າ ນາງບໍ່ ຢາກໃຫ້ມີ ການປ່ຽນແປງ ແນວໃດ ເພາະວ່າ ຜູ້ນຳ ປັດຈຸບັນ ເປັນຜູ້ນຳ ທີ່ດີແລ້ວ ແລະກົດໝາຍ ທີ່ມີຢູ່ ໃນດຽວນີ້ ກໍເປັນກົດໝາຍ ທີ່ດີແລ້ວ.

ປະເທດ ສ່ວນຫລາຍ ໃນໂລກ ປົກຄອງດ້ວຍ ຣະບອບ ປະຊາທິປະໄຕ ແປວ່າ ປະຊາຊົນ ມີສິດ ມີອຳນາດ ແລະ ມີສ່ວນໃນການ ເລືອກຜູ້ນຳ ຕົວຢ່າງໃນ ເວລາມີການ ເລືອກຕັ້ງຢູ່ ອິນໂດນີເຊັຍ ຫລື ຟີລິປປິນ ຖ້າ ປະຊາຊົນ ໃນປະເທດ ເຫລົ່ານັ້ນ ສ່ວນຫລາຍ ປ່ອນບັດ ເອົາຜູ້ສມັກເປັນ ປະທານາທິບໍດີ ຫາກຜູ້ໃດ ຊນະການເລືອກຕັ້ງ ກໍຈະໄດ້ເປັນ ປະທານາທິບໍດີ ເປັນຜູ້ນຳ ຂອງປະເທດ ສ່ວນຢູ່ ສປປລາວ ບໍ່ແມ່ນ ແນວນັ້ນ ປະຊາຊົນ ປ່ອນບັດເອົາ ສະມາຊິກ ສະພາ ແຫ່ງຊາດ ແຕ່ບໍ່ມີສິດ ບໍ່ມີສ່ວນ ໃນການປ່ອນບັດ ເລືອກເອົາ ປະທານປະເທດ ຫລື ນາຍົກ ຣັຖມົນຕຣີ ໂດຍຕຣົງເລີຍ.