ໃຫ້້ຣະວັງການໃຊ້ ສາຣເຄມີຍາມຝົນ

ອົງການ ທີ່ບໍ່ຂື້ນກັບ ຣັຖບານ ຫລື NGO ໃນລາວ ໄດ້ເຕືອນ ຊາວກະສີກອນ ໃຫ້ຫລຸດຜ່ອນ ການໃຊ້ ສານເຄມີ ໃນຊ່ວງ ຣະດູຝົນ.
ສິດນີ
2012.05.29

ເຈົ້າຫນ້າທີ່ ຈາກອົງການ ສາກົນ ຫລື NGO ທາງດ້ານ ການກະເສດ ໃນລາວ ໄດ້ເຕືອນ ຊາວກະສີກອນ ລາວ ໃຫ້ຫລຸດຜ່ອນ ການໃຊ້ ສາຣເຄມີ ໃນການປູກຝັງ ໃນຍາມ ຣະດູຝົນ ເພາະໃນຍາມ ຣະດູຝົນ ສາຣເຄມີ ຈະໄຫລລົງສູ່ ແມ່ນ້ຳລຳທານ ແລະ ຈະສົ່ງຜົລ ກະທົບ ຕໍ່ຄົນແລະສັດ ທີ່ໃຊ້ຊີວິດ ຕາມສາຍລໍານໍ້າ. ດັ່ງທ່ານ ກ່າວວ່າ:

"ການນຳໃຊ້ ສາຣເຄມີ ສີດຢາເຂົ້າໄປ ຢາຂ້າຫຍ້າ ສີດໄປ ມັນກໍໄຫລ ລົງຫ້ວຍ ລົງຮ່ອງ ຄົນກີນ ສັດກີນ ມັນກໍມີບັນຫາ ເລື້ອງສຸຂພາບ ບັນຫາເລື້ອງ ສີ່ງແວດລ້ອມ ຣະຍະຍາວ ເພາະວ່າຣັຖ ຄວບຄຸມ ເຄມີບໍ່ໄດ້".

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ການຄວບຄຸມ ສາຣເຄມີ ຂອງພາກຣັຖ ຍັງບໍ່ໄດ້ ມາຕຖານ ຍັງມີການ ລັ່ງໄຫລເຂົ້າມາ ປາສຈາກ ການຄວບຄຸມ ໂດຍສະເພາະ ຕາມແນວ ຊາຍແດນຈີນ ວຽດນາມ. ພວກ ກະສີກອນ ລາວ ກໍນິຍົມ ກັນໃຊ້ ສາຣເຄມີ ໃນການປູກຝັງ ຫລາຍຂື້ນ ໃນເວລານີ້ ແລະ ສ່ວນໃຫຍ່ ກໍບໍ່ຮູ້ ວີທີການໃຊ້ ແບບຖືກຕ້ອງ ຍ້ອນຂໍ້ ປະຕິບັດ ໃນການໃຊ້ ນັ້ນຂຽນເປັນ ພາສາຈີນ ແລະ ວຽດນາມ ເປັນສ່ວນໃຫຍ່.

ທ່ານວ່າ ອັນຕຣາຍ ຈາກສາຣເຄມີ ເຫລົ່ານີ້ ຈະເຮັດໃຫ້ ຊາວກະສີກອນ ເຈັບປ່ວຍ ເລີ້ມຈາກ ການວິນຫົວ ເຈັບທ້ອງ ທ້ອງຊຸ ລົ້ມປ່ວຍເປັນໄຂ້ ຈົນເຖິງຂັ້ນ ເສັຽຊີວິດໄດ້ ບໍ່ແມ່ນສະເພາະ ແຕ່ຄົນ ເທົ່ານັ້ນ ຍັງຈະຮ່ວມທັງ ພວກສັດ ທີ່ກິນນ້ຳ ໃນລໍານ້ຳ ທີ່ເຈືອປົນດ້ວຍ ສາຣເຄມີ ແລະ ສາຣເຄມີ ທີ່ໃຊ້ໃນ ພື້ນທີ່ ປູກຢາງພາລາ ກໍເປັນອັນຕຣາຍ ຕໍ່ປະຊາຊົນ ທ້ອງຖີ່ນ ຢ່າງໃຫຍ່ຫລວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.