ໂຄງການຟື້ນຟູ ຊີວະນາໆພັນ

ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ຈະຟຶ້ນຟູ ພື້ນທີ່ ເພື່ອ ອະນຸຮັກ ຊີວະນາໆພັນ ຊນິດຕ່າງໆ ໃນລາວ.
ສິດນີ
2011.09.20
F-Muangsing ເມືອງສິງ ແຂວງ ຫຼວງນໍ້າທາ ຈະເປັນເຂດທີ່ ອະນຸຮັກ ຊີວະນາໆພັນ ແລະ ສະພາບ ແວດລ້ອມ
RFA

ກົດຟັງສຽງ

ໂຄງການ ທີ່ຈະ ຟື້ນຟູ ຊີວະ ນາໆພັນ ເປັນ ໂຄງການ ຣະຍະຍາວ 3 ປີ ຈະໃຊ້ເງິນ ປະມານ ກວ່າ 2 ລ້ານ ໂດລາ ຈາກ ອົງການ ທີ່ບໍ່ຂື້ນ ກັບ ຣັຖບານ ຈາກ ປະເທດ ເຍັຽຣະມັນ ເພຶ່ອຊ່ວຍ ປ້ອງກັນ  ສະພາບ ແວດລ້ອມ ແລະ ວິຖີຊິວິດ ຂອງ ປະຊາຊົນ ໃນທ້ອງຖີ່ນ ຈາກການ ພັທນາຕ່າງໆ ແລະ ສະພາບ ອາກາດເສັຽ ໃນໂລກ. ງົບປະມານ ດັ່ງກ່າວ ຈະຮ່ວມ ພັທນາ ໂຄງການ ອະນຸຮັກ ຊິວະນາໆພັນ ທີ່ເຂົາໃຫຍ່ ນະຄອນ ຣາຊສີມມາ ປະເທດໄທ ນຳອີກ ນອກຈາກ ໂຄງການ ທົດລອງ ສອງແຫ່ງ ໃນ ສປປລາວ ແລ້ວ.

ໃນໂຄງການ ຈະມີການ ຝຶກອົບໂຮມ ເຈົ້າຫນ້າທີ່ ກ່ຽວຂ້ອງ, ການເກັບ ຂໍ້ມູນ ຂ່າວສານ ຄວາມຮູ້ ຄວາມຊໍານານ ໃນດ້ານນີ້ ກັບບັນດາ ປະເທດ ອະນຸ ພູມີພາກ ລຸ່ມ ແມ່ນ້ຳຂອງ. ທ່ານ ໄພທິບ ຫົວຫນ້າ ຫ້ອງການ ອົງການ ບໍ່ຂຶ້ນກັບ ຣັຖບານ ທີ່ ປະເທດໄທ ເວົ້າວ່າ ງົບປະມານ ນີ້ ແມ່ນເພຶ່ອ ທົດສອບ ສະພາບ ຄວາມເປັນຈິງ ໃນແຜນການ ອະນຸຮັກ ຊິວະນາໆພັນ ຊນິດຕ່າງໆ ທີ່ປະເທດໄທ ແລະ ຢູ່ລາວ ດ້ວຍການ ພັທນາ ຊັພຍາກອນ ມະນຸສ ດ້ານນີ້ ແລະ ການສ້າງຕັ້ງ ກົດຣະບຽບ ໃນການ ປະຕິບັດ ງານ ເພຶ່ອໃຫ້ ໂຄງການ ມີ ປະສິດທິພາບ.

ພຶ້ນທີ່ ຊິວະ ນາໆພັນ ທີິ່ຈະຖືກ ພັທນາ ແລະ ອະນຸລັກ ໃນລາວ ກໍແມ່ນ ເຂດນ້ຳຫາ ເມືອງສິງ ແຂວງ ຫລວງນ້ຳທາ ແລະ ເຂດ ທົ່ງພຽງ ທີ່ເຊໂປນ ແຂວງ ສວັນນະເຂດ ເພາະວ່າສັດ ຫລາຍຊນິດ ຈະ ສູນພັນ ໄປ ຍ້ອນການ ຂຸດແຮ່ທາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Sep 20, 2011 02:42 PM

The project seems good coz it should be done long ago. The natural diversities in LNT provice should be protected sooner before it will be late since the foreing investors come to LNT and deforest to farm rubber trees.Saidly, this sort of project used to work in LNT like NamHa NBCA, WCS?? and others had stoped coz no money. And I think this project too sooner will be gone after money run out. Many Projects spend money on management and vehecle more than on work; project'
s staff work when they get pay, no more responsibility, careless and ignorence.