ກົດຟັງສຽງ
ເຈົ້າໜ້າທີ່ ອົງກາຣ ທີ່ບໍ່ຂຶ້ນ ກັບ ຣັຖບາລ ຫລື NGO ຈາກ ຕ່າງປະເທສ ທ່ານນື່ງວ່າ, ໃນປັຈຈຸບັນ ບັນດາ ນັກເຄື່ອນໄຫວ ຕ່າງໆ ໃນລາວ ກຳລັງ ໃຫ້ຄວາມ ສົນໃຈ ໃນເຣື່ອງຄວາມ ເປັນທັມ ໃນກາຣ ໃຫ້ ສັມປະທານ ທີ່ດິນ ຫລາຍຂຶ້ນ ເນື່ອງຈາກ ວ່າມີ ປະຊາຊົນ ຫລາຍໆກຸ່ມ ທີ່ເສັຽ ຜົລປໂຍຊນ໌ ໃນເຣື່ອງນີ້ ຍ້ອນຄວາມ ບໍ່ເປັນທັມ ດັ່ງທ່ານໄດ້ ກ່າວວ່າ:
“ສຳລັບ ກາຣ ສັມປະທານ ທີ່ດິນ ເປັນສິ່ງທີ່ ກຳລັງ ໃຫຍ່ຂຶ້ນ ອັນນີ້ນາ ແລ້ວກໍຫລາຍໆ ຄົນເປັນຫ່ວງ ແລະ ບໍ່ໄດ້ເຂົ້າ ໃຈຣາຍ ລະອຽດ ແຕ່ມີຫລາຍ ຄົນກຳລັງ ຕື່ນຕົວ ກຳລັງຖາມ ອຳນາຈ ກາຣ ປົກຄອງ ແລ້ວ ກໍຖາມ ຣັຖວ່າ ເປັນຈັ່ງໃດ ດຽວນີ້ ມີສິ່ງທີ່ ກຳລັງ ເກິດຂຶ້ນ ທີ່ບໍ່ດີ ປານໃດ ຣັຖບາລ ແລ້ວກໍສິ ໃຫ້ຄົນທົ່ວໄປ ເອົາໃຈໃສ່ ກົດໝາຍ ແລ້ວກໍເບີ່ງ ສິເບິ່ງສິ່ງ ທີ່ກຳລັງ ແບບນັ້ນ ສັມປະທານ ໃຫ້ເປັນ ຍຸຕິທັມ”.
ທ່ານວ່າ ພາຍຫລັງ ທີ່ເຮັດ ວຽກງານ ໃຫ້ອົງກາຣ ສາກົລ ຢູ່ເມືອງລາວ ເພື່ອຊ່ວຍເຫລືອ ຊາວບ້ານ ຕາມເຂຕ ຊົນບົທ ໃນດ້ານ ກົດໝາຍ ເປັນເວລາກວ່າ 10 ປີ ຜ່ານມາ ແລະ ຍັງປາກົດເຫັນ ມີຊາວບ້ານ ເປັນຝ່າຍ ທີ່ເສັຽຜົລ ປໂຍຊນ໌ ຍ້ອນຄວາມ ບໍ່ເປັນທັມ ແລະ ໂດຽສະເພາະ ທີ່ປະຊາຊົນ ກໍບໍ່ຮູ້ ທາງດ້ານ ກົດໝາຍ ແຕ່ຢ່າງໃດ ຈຶ່ງເປັນ ບັນຫາ ມາໂດຽ ຕລອດ.
ສະເພາະດ້ານ ກາຣໃຫ້ ສັມປະທານ ທີ່ດິນນັ້ນ ທ່ານກໍວ່າ ສ່ວນຫລາຍ ຊາວບ້ານ ໄດ້ພາກັກ ທຳມາຫາກິນ ຕາມເນື້ອ ທີ່ດິນ ໂດຽທີ່ ບໍ່ມີໜັງສື ຫລື ເອກສາຣ ຢືນຢັນ ແຕ່ຢ່າງໃດ ແລະ ເມື່ອມີນາຍທຶນ ຈາກ ບ່ອນອື່ນ ເຂົ້າມາ ເພື່ອດຳເນີນ ກິຈກາຣ ຫລື ຫວັງຜົລປໂຍຊນ໌ ຈາກທີ່ດິນ ນັ້ນ ກໍໄລ່ ປະຊາຊົນ ທີ່ເຄີຽ ອາສັຍ ຢູ່ກ່ອນແລ້ວນັ້ນ ອອກໄປຢູ່ ແຫ່ງອື່ນ ໂດຽທີ່ບໍ່ ເປັນທັມ ແຕ່ຢ່າງໃດ.
ສະນັ້ນ ທ່ານຈຶ່ງ ຢາກໃຫ້ ປະຊາຊົນ ໂດຽທົ່ວໄປ ໃຫ້ຮູ້ຈັກ ໃນດ້ານ ສິທທິ ຂອງພວກຕົນ ໃຫ້ຫລາຍຂຶ້ນ ເພື່ອຈະຮູ້ຈັກ ວິທີກາຣ ຮຽກຮ້ອງ ຫລືຕໍ່ສູ້ ເພື່ອປົກປ້ອງ ທີ່ດິນ ຊຶ່ງເປັນບ່ອນ ທຳມາ ຫາກິນ ຂອງພວກຕົນ ທີ່ເຄີຽມີມາ ໃນເມື່ອກ່ອນ ພ້ອມທັງ ໃຫ້ມີກາຣ ກະຕຸ້ນ ໃຫ້ທາງ ຣັຖບາລ ໄດ້ເຫັນຄວາມ ສຳຄັນ ຂອງ ບັນຫາ ນີ້.