ແຜ່ນດິນໄຫວໃກ້ໂຄງການ ເຂື່ອນໄຊຍະບູຣີ

ອົງກາຣຊ່ວຍເຫລືອ ທີ່ບໍ່ຂຶ້ນ ກັບຣັຖບາລ ເປັນຫ່ວງ ແລະ ຢ້ານວ່າ ແຜ່ນດິນໄຫວ ໃນລາວ ຈະສົ່ງຜົລກະທົບ ຕໍ່ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ.
ຫວາດ ສີມູນ
2011.02.25

ກົດຟັງສຽງ

ກອງປະຊຸມ ສັມມະນາ ຂອງສະມາຄົມ ນັກຂ່າວ ຕ່າງປະເທສ ກ່ຽວກັບບັນຫາ ກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທີ່ຈັດຂຶ້ນຢູ່ ບາງກອກ ໃນມື້ວັນພຣະຫັດ ຜ່ານມານີ້ນັ້ນ ມີກາຣຍົກເອົາ ບັນຫາ ເຫຕກາຣ ແຜ່ນດິນໄຫວ ດັ່ງທີ່ໄດ້ກ່າວໄປນັ້ນ ຊຶ່ງເກີດຂຶ້ນພໍດີ ຢູ່ໃນເຂຕທີ່ວ່າ ຈະມີກາຣສ້າງເຂື່ອນ ໄຊຍະບູຣີ ຖ້າທາງກາຣລາວ ຫາກຈະດຳເນີນ ສ້າງຂຶ້ນແທ້ ໃນໄວໆນີ້ ແລະເຊື່ອວ່າ ຈະມີຜົລກະທົບ ຢ່າງແນ່ນອນ ຖ້າຫາກເກີດມີ ແຜ່ນດິນໄຫວຊ້ຳ ໃນຈຸດເດີມດັ່ງກ່າວນີ້. ດັ່ງທີ່ຍານາງ ເປຣມ ດາວເຮືອງ ຜູ້ອຳນວຍ ກາຣມູລນິທິ ຟື້ນຟູຊີວີຕ ແລະສິ່ງແວດລ້ອມ ຫລື TERRA ໄດ້ກ່າວວ່າ:

ຍານາງວ່າ “ມີຫລາຍຄົນສົນໃຈ ແລະ ຖາມວ່າ ຖ້າສ້າງເຂື່ອນຂຶ້ນແລ້ວ ແລະ ເກີດມີແຜ່ນດິນໄຫວ ແລ້ວແມ່ນໃຜ ຈະຮັບຜິດຊອບ ທາງດ້ານ ຜົລກະທົບ, ແລະ ກໍເປັນທີ່ຮູ້ກັນດີ ຢູ່ແລ້ວວ່າ ນ້ຳທີ່ກັກຢູ່ ໜ້າເຂື່ອນ ທາງໃຕ້ຫລວງພຣະບາງ ລົງມາຫາເຂື່ອນ ໄຊຍະບູຣີ ທີ່ມີຢ່າງ ມະຫາສານນັ້ນ ຈະຄວບຄຸມໄວ້ ໄດ້ຢ່າງໃດ? ຊຶ່ງເຣື່ອງດັ່ງກ່າວນີ້ ບໍ່ມີຜູ້ໃດ ຈະສາມາຖຕອບໄດ້ ເຖິງແມ່ນວ່າ ຈະຕ້ອງໄດ້ສຶກສາ ແລະສຳຣວຈ ເບິ່ງຢ່າງດົນນານນັ້ນ ກໍຕາມ ..ເພາະເປັນເຣື່ອງ ທີ່ຕອບບໍ່ໄດ້..”.

ພ້ອມດຽວກັນນີ້ ຍານາງກໍວ່າ ຈຸດບ່ອນທີ່ເກີດມີ ແຜ່ນດິນໄຫວ ຊຶ່ງຢູ່ຣະຫວ່າງ ເມືອງທົ່ງ ແລະເມືອງພຽງ ນັ້ນ ຢູ່ຫ່າງໄກຈາກບ່ອນ ທີ່ຈະສ້າງເຂື່ອນ ໄຊຍະບູຣີໃສ່ ພຽງແຕ່ 16 ກິໂລແມ໊ຕ ເທົ່ານັ້ນ ຊຶ່ງກໍເປັນການສ່ຽງຕໍ່ ອັນຕຣາຍຫລາຍທີ່ສຸດ ແລະ ໂດຽສະເພາະ ຂໍ້ມູລຈາກນັກ ທໍຣະນີວິທຍາ ຫລາຍໜ່ວຍງານ ກໍມີກາຣຢືນຢັນ ແບບດຽວກັນວ່າ ເຫຕກາຣແຜ່ນດິນໄຫວ ມັກຈະເກີດຂຶ້ນ ຢູ່ຈຸດເກົ່າເລື້ອຍໆ. ສະນັ້ນ ຈຶ່ງຢາກຮຽກຮ້ອງ ຕໍ່ທຸກພາຄສ່ວນ ກ່ຽວຂ້ອງ ຈົ່ງໄດ້ຍຸຕິໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.