ພາລະໜັກທີ່ຕ້ອງຮັບ ບັນຫາໜັກທີ່ຕ້ອງແກ້

ສະມາຊິກ ສະພາ ຊຸດໃໝ່ ຈະມີ ພາລະ ໜັກໜ່ວງ ໃນກາຣ ແກ້ໄຂ ບັນຫາ ພາຍໃນ ປະເທດ.
ອະວາຣີ
2011.04.29
f-nas ສະພາແຫ່ງຊາດ ສປປລາວ
AFP

ກົດຟັງສຽງ

ຫລັງຈາກ ການເລືອກຕັ້ງ ບໍ່ດົນ ສປປລາວ ຈະມີ ສະມາຊິກ ສະພາ ແຫ່ງຊາດ ຊຸດໃໝ່ ຊຶ່ງຈະມີ ພາລະ ໜ້າທີ່ ອັນໜັກໜ່ວງ ໃນການ ຊຸກຍູ້ ໃຫ້ ຣັຖບານ ແກ້ໄຂ ບັນຫາ ຄວາມຍຸ້ງຍາກ ແລະ ຄວາມຂັດຂ້ອງ ໝອງໃຈ ຂອງ ປະຊາຊົນ. ພາລະ ໜ້າທີ່ ອັນຮີບດ່ວນ ກໍແມ່ນ ສະພາ ຕ້ອງກົດດັນ ໃຫ້ຣັຖບານ ຟ້າວແກ້ໄຂ ບັນຫາ ເສຖກິດ ເພື່ອເຮັດໃຫ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃຫ້ດີຂື້ນ ດັ່ງຊາວລາວ ຄົນນຶ່ງ ຢູ່ນະຄອນຫລວງ ວຽງຈັນ ເວົ້າວ່າ:

“ບັນຫາ ສຳຄັນ ກໍຄື ຢາກໃຫ້ ທາງຜູ້ແທນ ນີ້ແກ້ໄຂ ບັນຫາ ຊີວິດ ການເປັນຢູ່ ແລະ ເສຖກິດ ຂອງ ປະເທດເຮົາ ເຮັດແນວໃດ ໃຫ້ເຂັ້ມແຂງ ແລະ ກໍໃຫ້ ທຽບທັນ ກັບ ຕ່າງປະເທດ”.

ນອກຈາກນັ້ນ ສະມາຊິກ ສະພາ ແຫ່ງຊາດ ຊຸດໃໝ່ ຍັງຕ້ອງ ຊຸກຊູ້ ສົ່ງເສີມ ໃຫ້ຣັຖບານ ປະຕິບັດ ຕາມກົດໝາຍ ທີ່ວາງອອກ ແລ້ວນັ້ນ ໃຫ້ຢ່າງ ເຂັ້ມງວດ ເປັນຕົ້ນ ກົດໝາຍ ຕ້ານການ ສໍ້ຣາສ ບັງຫລວງ ກົດໝາຍ ຈຳກັດ ການຕັດໄມ້ ທຳຣາຍປ່າ ແລະ ກົດໝາຍ ທີ່ດິນ. ຜ່ານມາ ປະຊາຊົນ ລາວຈົ່ມວ່າ ຣັຖບານ ແລະ ສະພາ ໄດ້ອອກ ກົດໝາຍ ຕ້ານການ ສໍ້ຣາສບັງຫລວງ ເມື່ອສອງສາມ ປີກ່ອນ ແຕ່ຈົນເຖິງ ປັດຈຸບັນ ຣັຖບານ ກໍຍັງ ບໍ່ສາມາດ ປະຕິບັດ ໄດ້ ການສໍ້ຣາສ ບັງຫລວງ ຍິ່ງ ຣະບາດ ກວ້າງຂວາງ ອອກ. ເຊັ່ນດຽວກັນ ກັບການ ປະຕິບັດ ຕາມກົດໝາຍ ຈຳກັດ ການຕັດໄມ້ ຣັຖບານ ປະກາດຫ້າມ ຕັດໄມ້ ແລະ ສົ່ງໄມ້ທ່ອນ ອອກ ຕ່າງປະເທດ ຫລາຍປີແລ້ວ ແຕ່ການລັກຕັດ ແລະ ລັກສົ່ງໄມ້ ອອກໄປ ປະເທດ ເພື່ອນບ້ານ ຍັງດຳເນີນ ໄປຢ່າງ ບໍ່ຢຸດຢັ້ງ ຈົນຕົ້ນໄມ້ ແລະ ປ່າໄມ້ ຢູ່ລາວ ໃກ້ຈະສາບສູນ ໄປໝົດ ແລ້ວ.

ອີກຢ່າງນຶ່ງ ປະຊາຊົນ ລາວ ຫລາຍຄົນ ບໍ່ພໍໃຈ ຕໍ່ການ ຈັດສັນ ທີ່ດິນ ຂອງ ຣັຖບານ ທີ່ໄດ້ໃຫ້ ສັມປະທານ ທີ່ດິນ ແກ່ ບໍຣິສັດ ຕ່າງປະເທດ ໃນຫລາຍບ້ານ ຫລາຍເຂດ ທີ່ດິນ ທີ່ໃຫ້ ສັມປະທານ ໄປນັ້ນ ເປັນດິນຂອງ ປະຊາຊົນ; ຜ່ານມາ ປະຊາຊົນ ຮຽກຮ້ອງໃຫ້ ສະພາ ແຫ່ງຊາດ ຊ່ວຍຊຸກຍູ້ ໃຫ້ຣັຖບານ ແກ້ໄຂ ບັນຫາ ດັ່ງກ່າວ ມາໂດຍຕລອດ ແຕ່ຈົນເຖິງ ປັດຈຸບັນ ການແກ້ໄຂນັ້ນ ກໍຍັງ ບໍ່ໄດ້ ຜົນທົ່າທີ່ ຄວນ.

ສະນັ້ນ ບັນຫາ ເຫລົ່ານີ້ ຍັງຈະຕົກ ເປັນພາລະ ໜ້າທີ່ ຂອງສະພາ ແຫ່ງຊາດ ຊຸດໃໝ່ ຊຸດຈະຖືກເລືອກ ໃນມື້ ວັນເສົາ ນີ້ ໃຫ້ເປັນ ຜູ້ຊຸກຍູ້ ຣັຖບານ ໃຫ້ແກ້ໄຂ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.