ພືດພັນຊນິດໃໝ່ ຄົ້ນພົບຢູ່ລາວ
2012.08.24

ສະຫະພັນ ນານາຊາດ ເພື່ອຮັກສາ ທັມມະຊາດ ແລະ ຊັພຍາກອນ ທັມມະຊາດ ໄດ້ຮ່ວມມືກັບ ຫລາຍອົງການ ເຊັ່ນ ມະຫາວິທຍາໄລ ແຫ່ງຊາດລາວ ມະຫາວິທຍາໄລ ຊຽງໃໝ່ ຂອງໄທ ແລະ ມະຫາວິທຍາໄລ North Carolina ໃນ ສະຫະຣັຖ ອະເມຣິກາ ເພື່ອສຶກສາ ຄົ້ນຄວ້າ ສຳຣວດ ເບິ່ງພືດພັນ ຕາມແຄມ ແມ່ນ້ຳຂອງ ເລີ້ມແຕ່ ນະຄອນ ຫຼວງພະບາງ ລົງໄປເຖິງ ນະຄອນຫລວງ ວຽງຈັນ ຈື່ງໄດ້ຄົ້ນພົບວ່າ ໃນພື້ນທີ່ນັ້ນ ມີພືດຊນິດໃໝ່ ຫລື ສາຍພັນໃໝ່ 23 ຊນິດ ທີ່ບໍ່ເຄີຍມີຢູ່ ໃນປະເທດລາວ ມາກ່ອນ.
ທ່ານ Raphael Glement ເຈົ້າໜ້າທີ່ ສະຫະພັນ ນານາຊາຕ ເພື່ອຮັກສາ ທັມມະຊາດ ແລະ ຊັພຍາກອນ ທັມມະຊາດ ປະຈຳລາວ ກ່າວຢູ່ກອງປະຊຸມ ນັກຂ່າວ ມື້ວານນີ້ວ່າ:
“ເປັນສິ່ງທີ່ໜ້າ ສົນໃຈ ພວກເຮົາພົບເຫັນ ພືດຊນິດໃໝ່ 23 ຊນິດໃນລາວ ຄວາມຈິງ ພວກເຮົາຮູ້ພືດ ຊນິດເຫລົ່ານີ້ ມາກ່ອນແລ້ວ ແຕ່ບໍ່ເຄີຍພົບເຫັນ ຢູ່ປະເທດລາວ ຈັກເທື່ອ ໃນ ຣະຍະຜ່ານມາ. ປັດຈຸບັນ ພືດຊນິດໃໝ່ ເຫລົ່ານີ້ ຍາກຫລາຍ ທີ່ຈະພົບເຫັນ ໃນຢູໂຣບ ຫລື ອະເມຣິກາ ເໜືອ.”
ທ່ານ Glement ກ່າວອີກວ່າ ການຄົ້ນພົບເທື່ອນີ້ ສະແດງໃຫ້ເຫັນວ່າ ບັນດາ ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ຍັງອຸດົມສົມບູນ ໄປດ້ວຍພືດພັນ ນານາຊນິດ ການຄົ້ນຄວ້າ ເທື່ອນີ້ ເປັນເທື່ອທຳອິດ ແລະ ນັກວິທຍາສາຕ ຍັງຈະມີແຜນ ສຶກສາສຳຣວດ ຊອກຫາສັດ ແລະ ພືດພັນນານາ ຊນິດຕື່ມອີກ ຢູ່ລາວ ໃນອະນາຄົດ ອັນໃກ້ໆນີ້.
ປັດຈຸບັນ ສະພາບແວດລ້ອມ ຕາມລຳແມ່ນ້ຳຂອງ ປ່ຽນແປງ ຫລາຍ ຕົ້ນໄມ້ແລະປ່າໄມ້ ກໍຖືກທຳຣາຍ ເກືອບໝົດແລ້ວ ປາຫລາຍຊນິດ ເກືອບສູນພັນ ນ້ຳກໍບົກແຫ້ງ ຫລາຍໃນ ຍາມແລ້ງ ສັດບົກສັດນ້ຳ ຕົ້ນໄມ້ ແລະ ພືດພັນຕ່າງໆ ກໍນັບມື້ ນັບຫລຸດໜ້ອຍ ຖອຍລົງ.