ກົດໝາຍທີ່ຈີນຮ່າງ ໃຫ້ລາວ

ກົດໝາຍ ການຄ້າ ທີ່ ຮ່າງຂຶ້ນໃໝ່ ເອື້ອຜົນ ປະໂຫຍດ ໃຫ້ແກ່ ນັກລົງທຶນ ຈີນ ຫລາຍກວ່າ.
ໂພໄຊສວັດ
2012.10.12

ຮ່າງກົດໝາຍ ວ່າດ້ວຍ ການຄ້າ ໃນເຂດ ເສຖກິຈພິເສດ ແລະ ເສຖກິຈ ສະເພາະ ທີ່ຈີນ ຂຽນໃຫ້ລາວ ຍັງລໍຖ້າຜ່ານ ສະພາ ເພື່ອນໍາມາໃຊ້ ແຕ່ຄົນລາວ ຫລາຍຄົນ ບໍ່ເຫັນດີນໍາ ແລະ ບໍ່ຕ້ອງການ ກົດໝາຍ ດັ່ງກ່າວ ຍ້ອນເຫັນວ່າ ເອື້ອອໍານວຍ ຜົນປະໂຫຍດ ໃຫ້ນັກລົງທຶນ ຈີນ ຫລາຍເກີນໄປ. ດັ່ງຄົນລາວ ຜູ້ນຶ່ງ ໄດ້ເວົ້າກ່ຽວກັບ ເຣື່ອງນີ້ ໃນວັນທີ 12 ຕຸລາ 2012 ນີ້ວ່າ:

"ຄືຂ້ອຍຄົນລາວ ແທ້ໆ ຂ້ອຍໄປລົງທຶນ ໃນກົດໝາຍນັ້ນ ບໍ່ໄດ້ ຕ້ອງໄດ້ໄປລົງທຶນ ອີງໃສ່ ກົດໝາຍ ການລົງທຶນ ຣະຫວ່າງ ປະເທດ ຄືໃນແກ໋ງກັນເອງ ຈະເຮັດຫຍັງ ກໍໄດ້ ເຂົາຂຽນເພື່ອເຂົາ ເອງ ບໍ່ໄດ້ແມ່ນຂຽນ ເພື່ອສາກົນ ລາວກໍເປັນ ເບັ້ຍລ່າງ ຂອງຈີນ ມັນບໍ່ມີຜົນ ຕໍ່ຄົນລາວ ມີແຕ່ມາທໍາລາຍ ຫລາຍກວ່າ ເພາະວ່າເຂົາ ເອົາເງິນ ມາລົງທຶນ ເຂົາກໍໄດ້ຮັບ ລາຍໄດ້ ລາຍຈ່າຍ ກໍເປັນ ຂອງເຂົາໝົດ".

ເລົາເວົ້າຕໍ່ໄປ ອີກວ່າ ສໍາລັບກົດໝາຍ ວ່າດ້ວຍ ເຂດເສຖກິຈ ພິເສດ ສະບັບນີ້ ຄົນລາວ ສ່ວນຫລາຍ ບໍ່ໝັ້ນໃຈ ຍ້ອນວ່າບໍ່ແມ່ນ ກົດໝາຍ ຣະດັບສາກົນ ແຕ່ເປັນຮ່າງ ກົດໝາຍ ຂອງຈີນ ເອງເທົ່ານັ້ນ ແຕ່ຈະນໍາເອົາ ມາໃຊ້ໃນ ແຜ່ນດິນລາວ ໂດຍທີ່ຄົນລາວ ບໍ່ມີສິດ ຄັດຄ້ານຕໍ່ວ່າ ຫາກສະພາ ແຫ່ງຊາດ ຍອມຮັບຮອງ ເອົາກົດໝາຍ ສະບັບນີ້ ກໍໝາຍຄວາມວ່າ ຈະປ່ອຍໃຫ້ ຈີນ ມີອິດທິພົນ ເໜືອຄົນລາວ ໃນລາວ.

ຄົນລາວ ອີກຜູ້ນຶ່ງ ກໍໃຫ້ທັສນະ ທີ່ແຕກຕ່າງ ຄ້າຍໆເຫັນດີນໍາ ກົດໝາຍ ສະບັບນີ້ ຍ້ອນຄິດວ່າ ຈະເຮັດໃຫ້ ທຸຣະກິຈ ການລົງທຶນ ຄຶກຄັກ ຂຶ້ນກວ່າເກົ່າ. ຄົນລາວຜູ້ ນີ້ເວົ້າວ່າ:

"ສິດນໍາໃຊ້ ສ່ວນຫລາຍເຂົາ ກໍຈະເອື້ອ ອໍານວຍ ຄວາມສະດວກ ໃຫ້ເຂົາສ່ວນມາກ ແຕ່ວ່າພວກເຮົາ ຍັງບໍ່ທັນ ໄດ້ອ່ານ ເຫັນແຕ່ວ່າ ເພິ່ນຂຽນອອກມາ ແຕ່ວ່າພວກເຮົາ ຍັງບໍຮູ້ວ່າ ມັນມີ ຂໍ້ໃດແດ່ ເພາະວ່າຈີນ ເຂົາເປັນຄົນຮ່າງ ສະນັ້ນເຂົາ ຈະເອົາຄົນເຂົາ ແລະ ກໍປະຊາຊົນ ເຂົາ ເປັນຄົນມາຢູ່".

ນາງເວົ້າອີກວ່າ ໃນສ່ວນຕົວ ທີ່ເປັນຄົນລາວ ຫາກຈະອອກ ກົດໝາຍ ແຕ່ລະສະບັບ ຄວນໃຫ້ມີ ປະໂຫຍດ ຄຸ້ມຄອງສິດທິ ຂອງຄົນລາວ ຫລາຍກວ່າ ແທນທີ່ຈະອອກ ກົດໝາຍ ເພື່ອໃຫ້ ຄົນອື່ນມາກອບໂກຍ ເອົາຜົນປະໂຫຍດ ໃນບ້ານເຮົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.