ໂຄງການຜລິດສິນຄ້າ ຈາກໄມ້ປ່ອງ

ການຊ່ວຍ ຊາວບ້ານ ໃນເມືອງ ທີ່ທຸກຍາກ ຕ່າງໆ ຂອງລາວ ໃນໂຄງການ ຜລິດສິນຄ້າ ເຮັດຈາກ ໄມ້ປ່ອງ ຂອງ ອົງການ ພັທນາ ຈາກ ປະເທດ Netherlands.
ມະນີຈັນ
2012.11.14
F-bamboo-work ທ່ານ ພູວາ ດາລາວົງໄຊ (ຂວາ) ທີ່ປຶກສາ ດ້ານທຸຣະກິຈ ສໍາລັບ ໂຄງການ ພັທນາ ໄມ້ປ່ອງ ປະຈໍາ ແຂວງຫົວພັນ.
RFA/Manichanh

ການເຂົ້າໄປຊ່ວຍ ຊາວບ້ານ ໃນເຂດເມືອງ ທີ່ທຸກຍາກ ຂາດເຂີນ ໃນ 3 ແຂວງ ຂອງລາວ ຄື ແຂວງຫົວພັນ ແຂວງວຽງຈັນ ແລະ ເຂດ ນະຄອນຫລວງ ໃນໂຄງການ ຜົນຜລິດ ຈາກໄມ້ປ່ອງ ຊຶ່ງເປັນ ໂຄງການ ຮັບຜິດຊອບ ໂດຍອົງການ ພັທນາ ຈາກ ປະເທດ Netherlands ທີ່ບໍ່ໄດ້ໃຊ້ ຕົ້ນທຶນ ຫລາຍ ເພາະ ທາງທ້ອງຖີ່ນ ມີເກືອບ ທຸກຢ່າງ ທີ່ ຕ້ອງການແລ້ວ. ຕາມຄໍາເວົ້າ ຂອງທ່ານ ພູວາ ດາລາວົງໄຊ ທີ່ປຶກສາ ທາງດ້ານ ທຸຣະກິຈ ສໍາລັບ ໂຄງການພັທນາ ໄມ້ປ່ອງ ປະຈໍາຢູ່ ແຂວງຫົວພັນ. ທ່ານກ່າວວ່າ:

"ສໍາລັບຕົ້ນທຶນ ຕົວຜູ້ຜລິດເອງ ສໍາລັບ ການຜລິດ ຫັຖກັມ ຈັກສານ ໄມ້ໄຜ່ ໄມ້ປ່ອງ ຈະບໍ່ໄດ້ ໃຊ້ຕົ້ນທຶນ ຫລາຍ ມີແຕ່ມີດ ກັບພ້າ ທີ່ວ່າເປັນ ອຸປກອນ ທີ່ ຂະເຈົ້າມີ ປະຈໍາເຮືອນ ຢູ່ແລ້ວ".

ຕົ້ນທຶນຊາວບ້ານ ກໍຄືເຣື່ອງ ເວລາ ໄປເອົາໄມ້ປ່ອງ ມາຈັກສານ ແລະ ບໍ່ກ່ຽວກັບ ເຣື່ອງເງິນ ຊຶ່ງການເຂົ້າມາ ຊ່ວຍຊາວບ້ານ ນັ້ນ ກໍຈະເປັນການ ມາຊ່ວຍ ຝຶກອົບຮົມ ຄົນທີ່ຜລິດ ເປັນແລ້ວ ໃຫ້ຮູ້ສອນ ຄົນອື່ນ ຢູ່ບ່ອນອື່ນ ໄດ້ແນວໃດ ຊຶ່ງຄຣູຝຶກ ຄຣູສອນ ດຽວນີ້ ມີທັງໝົດ 13 ຄົນ ທີ່ສາມາດ ໄປເປັນຄຣູຝຶກ ຢູ່ແຂວງຕ່າງໆ ຂອງລາວໄດ້ ເອີ້ນວ່າ ເມື່ອເຈົ້າຮູ້ແລ້ວ ເຈົ້າກໍຈະ ໄປສອນ ໃຫ້ຄົນອື່ນຕໍ່ໄປ ເປັນຕົ້ນ ແຂວງຫົວພັນ ຄົນຂອງ ທ້ອງຖິ່ນ ບ້ານນັ້ນ ທີ່ຈັກສານ ເປັນແລ້ວ ເຮົາມາ ຝຶກອົບຮົມ ໃຫ້ໄປສອນ ຄົນອື່ນ ຮຽນນໍາໄດ້ ແນວໃດ. ທ່ານພູວາ ກ່າວອີກວ່າ:

"ເຂົາເອີ້ນວ່າເປັນ TRAINER ເປັນຄຣູຝຶກ ກະມີຄຣູ ຝຶກຄຣູ ເຮົາໄປສອນໃຫ້ ບໍ່ແກ້ວ ສໍາລັບ ໂຄງການ ທ່ອງທ່ຽວ ເອີ້ນວ່າ ໂຄງການ ແມ່ຍິງຮ່ວມໃຈ ພັທນາ ຢູ່ ແຂວງບໍ່ແກ້ວ ລະກະໂຄງການ ທ່ອງທ່ຽວ ແບບຍືນຍົງ ຢູ່ແຂວງ ສາຣະວັນ ຢູ່ຕາເລາະ 2-3 ເທື່ອ ຄຣູຝຶກເຮົາໄດ້ ຂີ່ຍົນ ແຕ່ຊໍາເໜືອ ຮອດ ສາຣະວັນ ປາກເຊ ພຸ້ນໃດ ຂະເຈົ້າເມືອ ກະເວົ້າ ສູ່ຟັງວ່າ ຖ້າໂຄງການ ບໍ່ມີເຮົາ ກໍບໍ່ຄິດວ່າເຮົາ ຊິໄດ້ຂີ່ຍົນ ໄປສອນ ບ່ອນອື່ນ".

ການທີ່ຈະ ຂຍາຍໂຄງການ ຜລິດໄມ້ປ່ອງ ໄປຫາບ້ານໃດ ບ້ານນຶ່ງ ກ່ອນອື່ນໝົດ ກໍຈະເບິ່ງເຣື່ອງ ຊັພຍາກອນ ທີ່ເປັນ ວັດຖຸດິບ ຕໍ່ມາກໍເບິ່ງ ເຖິງມູນເຊື້ອ ຂອງຄົນ ໃນທ້ອງຖີ່ນ ນັ້ນ ເພາະຖ້າໄປ ເລີ່ມສ້າງໃໝ່ໝົດ ທາງໂຄງການ ກໍຈະມີ ຂໍ້ຈໍາກັດ ຈະມີຄວາມ ຫຍູ້ງຍາກ ຈະບໍ່ຄືກັນກັບ ທີ່ວ່າ ຊາວບ້ານ ເຂດນັ້ນໆ ມີມູນເຊື້ອແລ້ວ ເຮົາກໍເຂົ້າໄປ ພັທນາ ອັນໝາຍເຖິງ ອັນທີ່ມີ ແດ່ແລ້ວ ກໍເຂົ້າໄປ ພັທນາ ໃຫ້ດີຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.