ຢາເສພຕິດເປັນບັນຫາ ຂອງທຸກພາກສ່ວນ
ປະທານ ຄນະກັມມະການ ກວດກາ ແລະ ຄວບຄຸມ ຢາເສພຕິດ ແຫ່ງຊາດ ຂອງລາວ ຮຽກຮ້ອງໃຫ້ ທຸກພາກສ່ວນ ຮ່ວມກັນ ແກ້ໄຂ ບັນຫາ ຢາເສພຕິດ ທີ່ແພ່ ຣະບາດ ຢູ່ໃນ ສັງຄົມລາວ ປັດຈຸບັນ ນີ້.
-
ມະນີຈັນ
2012-06-27 -
-
-
Your browser doesn’t support HTML5 audio
ມີການຈັດຕັ້ງ ເຜີຍແພ່ ຜົນຮ້າຍ ຂອງ ຢາເສພຕິດ ໃຫ້ມວລຊົນ ໃນລາວ ຮັບຮູ້ ທີ່ຫໍ ທັມມະສະພາ ນະຄອນຫລວງ ວຽງຈັນ ເນື່ອງໃນ ວັນຕ້ານ ຢາເສພຕິດ ສາກົນ ວັນທີ 26 ມິຖຸນາ 2012 ໂດຍມີ ພຣະອາຈານ ຊາລີ ກັນຕະຊິໂລ ຮອງ ປະທານ ພຸທສາສນາ ສັມພັນລາວ ແລະ ພຣະສົງ ສັມມະເນນ ຈາກວັດຕ່າງໆ ເຂົ້າຮ່ວມນໍາ.
ທ່ານ ສຸບັນ ສະລິດທິຣາຊ ປະທານ ຄນະກັມມະການ ແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມ ຢາເສພຕິດ ກ່າວຕໍ່ ກອງປະຊຸມ ວ່າຢາເສພຕິດ ເປັນໄພ ອັນຕຣາຍ ແກ່ສັງຄົມ. ປັດຈຸບັນ ຊາວໜຸ່ມ ເຍົາວະຊົນ ລາວ ທັງໃນເມືອງ ແລະ ໃນຊົນນະບົດ ກໍງລັງຕົກ ເປັນທາດ ຂອງ ຢາເສພຕິດ ແລະວ່າ ຢາເສພຕິດ ເປັນສາເຫດ ຕົ້ນຕໍ ທີ່ພາໃຫ້ເກີດ ປາກົດການ ບໍ່ດີ ໃນສັງຄົມ ທີ່ນັບມື້ ຂຍາຍວົງກວ້າງ ຊຶ່ງວິທີ ແກ້ໄຂ ບໍ່ແມ່ນຈະໃຊ້ ຄວາມຮຸນແຮງ ປາບປາມ ພຽງຢ່າງດຽວ ແຕ່ຄວນໃຊ້ ການສຶກສາ ອົບຮົມ ສັ່ງສອນ ຊວນເຊື່ອ ໃຫ້ຢູ່ຫ່າງ ຢາເສພຕິດ.
ທ່ານສຸບັນ ກ່າວຕື່ມວ່າ ຜ່ານມາ ພຣະສົງ ກໍໄດ້ມີ ສ່ວນຮ່ວມ ໃນການ ໂຄສະນາ ສຶກສາ ອົບຮົມ ຜູ້ຕິດຢາ ເປັນຕົ້ນ ໂຄງການ ພຸທສາສນາ ເພື່ອ ການພັທນາ ຊຶ່ງມີ ພຣະສົງ ອາສາສມັກ ເຂົ້າຮ່ວມສິດສອນ ໃຫ້ຄວາມຮູ້ ແກ່ນັກຮຽນ ຕາມໂຮງຮຽນ ຕ່າງໆ. ຮວມທັງເຜີຍແພ່ ເຖີງຜົນຮ້າຍ ຂອງ ຢາເສພຕິດ ແລະ ໄດ້ມີການ ບັລຍາຍ ເປັນທັມມະ ແກ່ຜູ້ທີ່ ຕິດຢາເສພຕິດ ທີ່ກໍາລັງປິ່ນປົວ ຢູ່ສູນບໍາບັດ ຫລາຍແຫ່ງ.
ທ່ານສຸບັນ ກ່າວມ້ວນທ້າຍ ວ່າສປປລາວ ໄດ້ເຮັດ ທຸກວິທີທາງ ເພື່ອປະກອບສ່ວນ ໃນການເຮັດໃຫ້ ອາຊຽນ ເປັນເຂດ ປອດ ຢາເສພຕິດ ໃນປີ 2015 ຕາມທີ່ຜູ້ນໍາ 10 ປະເທດ ໄດ້ວາງເປົ້າໝາຍ ເອົາໄວ້. ພ້ອມດຽວກັນ ກໍຮຽກຮ້ອງ ໃຫ້ສັງຄົມ ໃນລາວ ມີສ່ວນຮ່ວມ ຫລາຍກວ່າເກົ່າ ເພື່ອກໍາຈັດ ສິ່ງຊົ່ວຮ້າຍ ນັ້ນໃຫ້ໝົດ ສິ້ນໄປ.