ຣາຄາທີ່ດິນໃນລາວ

ຣັຖບານ ສປປລາວ ບໍ່ສາມາດ ຄວບຄຸມ ຣາຄາ ທີ່ດິນ ໃນທ້ອງ ຕລາດ ຕົວຈິງໄດ້.
ໄມຊູລີ
2012.11.20
F-donchan-palace ທີ່ດິນທີ່ມີຣາຄາ ສູງທີ່ສຸດ ໃນນະຄອນຫລວງ ວຽງຈັນ
Mek

ອົງການ ຄຸ້ມຄອງ ທີ່ດິນ ເປີດເຜີຍ ໃນວັນອັງຄານ ທີ່ 20 ພຶສຈິກາ ນີ້ວ່າ ທາງຣັຖບານ ບໍ່ສາມາດ ຄວບຄຸມ ຣາຄາທີ່ດິນ ໃຫ້ເປັນໄປຕາມ ກົລໄກ ທີ່ທາງການ ກໍານົດໄວ້ ເນື່ອງຈາກ ການຊື້ຂາຍ ທີ່ດິນ ໃນຕົວຈີງນັ້ນ ຈະເປັນການ ຕົກລົງ ຣາຄາ ຕາມຄວາມພໍໃຈ ຂອງຜູ້ຂາຍ ໂດຍສະເພາະ ໃນເຂດເທສບານ ນະຄອນຫລວງ ວຽງຈັນ ຜູ້ທີ່ເປັນ ເຈົ້າຂອງທີ່ດິນ ຈະຕັ້ງຣາຄາ ໄວ້ສູງກວ່າ ທີ່ທາງຣັຖ ໄດ້ກໍານົດໄວ້. ດັ່ງເຈົ້າໜ້າທີ່ ທ່ານນື່ງ ກ່າວວ່າ:

“ຂຶ້ນຢູ່ກັບ ແຕ່ລະ zone ແຕ່ສ່ວນຫລາຍ ມັນກໍຄວາມພໍໃຈ ຣະຫວ່າງຜູ້ຊື້ ກັບຜູ້ຂາຍ ຣັຖບານ ກໍານົດ ຣາຄາທີ່ດິນ ແບບຕາມຕົວ ປະຕິບັດ ບໍ່ໄດ້ ແລະ ຣັຖບານ ເພີ່ນ ຈະກໍານົດ ເປັນ zone ເປັນ zone ໄວ້ຢູ່ ຣາຄາ ທີ່ຣັຖເຫັນວ່າ ຄວນຂາຍຊໍ່າໃດ ແຕ່ເວລາຊິ່ໄປຊື້ ໄປຂາຍກັນແທ້ໆ ມັນບໍ່ໄດ້ ເຂົາຊິ່ເອົາ ຣາຄາຕາມ ຄວາມພໍໃຈ ຄັນຊິເວົ້າແລ້ວ ດິນຢູ່ໃນເມືອງນີ້ ແພງຢູ່ ດິນຢູ່ສະເພາະ ໃນເທສບານ ໃນນະຄອນຫລວງ”.

ເຈົ້າໜ້າທີ່ ທ່ານນີ້ ເວົ້າຕໍ່ໄປວ່າ ຣາຄາດິນ ໃນນະຄອນຫລວງ ວຽງຈັນ ປັຈຈຸບັນ ມີຣາຄາ ສູງຂຶ້ນຫລາຍ ເປັນຕົ້ນແມ່ນ ທີ່ດິນ ບໍຣິເວນ ໃກ້ໂຮງແຮມ ແຄມນໍ້າຂອງ ມີຣາຄາຂາຍ ຕະລາງແມັດລະ $2,000 ສະຫະຣັຖ ຊື່ງຣາຄານີ້ ເພີ້ມສູງຂຶ້ນເຖີງ 10 ເທົ່າ ໃນຮອບ 5 ປີ ຜ່ານມາ ນອກຈາກນີ້ ສປປລາວ ຍັງມີ ແຜນພັທນາ ປະເທດ ອີກຫລາຍ ເພື່ອໃຫ້ ຄວາມຈະເຣີນ ເຂົ້າໄປເຖີງ ຊື່ງເປັນທີ່ ແນ່ນອນວ່າ ທີ່ດີນຣາຄາຕໍ່າ ຈະຕ້ອງຂາຍໄດ້ ກໍາໄຣສູງ ໃນອະນາຄົດ ສໍາລັບ ຜູ້ທີ່ນິຍົມ ຊື້ທີ່ດິນ ເພື່ອຂາຍ ໃນຣາຄາແພງ ກໍແມ່ນ ຜູ້ທີ່ມີເງີນ:

“ຈໍານວນນື່ງ ນັກທຸຣະກິດ ຜູ້ທີ່ມີເງີນ ແລະເພີ່ນ ກໍຊື້ດິນໄວ້ ເພື່ອຂາຍ ເພື່ອກິນກໍາໄຣ ເປັນຄົນທີ່ເຂົາ ມີເງີນຫລາຍ ແລະ ເຂົາບໍ່ມີແນວເຮັດ ກໍເລີຍ ໄປຊື້ດິນໄວ້ ເພື່ອຂາຍ ກິນກໍາໄຣ”.

ຜູ້ຄ້າຂາຍທີ່ດິນ ຈະຕິດຕາມ ແຜນການພັທນາ ຂອງ ຣັຖບານຕລອດ ຖ້າຈະມີ ການພັທນາ ເກິດຂື້ນ ຢູ່ບ່ອນໃດ ກໍຈະໄປຊື້ໄວ້ ເພື່ອຜົນກໍາໄຣ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.