ຣັຖບານລາວຈະຈໍາກັດ ແນວຄິດຂອງຄົນບໍ່ໄດ້
2012.11.26
ຄົນລາວ ຜູ້ນື່ງ ສະແດງ ຄວາມຄິດເຫັນວ່າ ທຸກມື້ນີ້ ການສື່ສານ ໃນເມືອງລາວ ມີການພັທນາ ເພີ້ມຂື້ນ ກວ່າຫລາຍປີ ທີ່ຜ່ານມາ ເຖິງວ່າຣັຖບານ ພຍາຍາມ ປົກປິດບໍ່ໃຫ້ ປະຊາຊົນ ຮູ້ເຣື້ອງ ທີ່ບໍ່ດີ ຂອງຣັຖບານ ແຕ່ປະຊາຊົນ ກໍສາມາດ ຊອກຮູ້ໄດ້ ຈາກເຄືອຄ່າຍ ອິນເຕີແນັດ ຫລື ແຫລ່ງຂ່າວອື່ນໆ ຈາກຕ່າງປະເທດ ຈຶ່ງບໍ່ສາມາດ ລອດພົ້ນ ຈາກຄວາມຢາກຮູ້ ຂອງ ປະຊາຊົນໄດ້. ຄົນລາວຜູ້ນີ້ ເວົ້າວ່າ:
"ເພາະຢູ່ເມືອງລາວ ນີ້ບໍ່ໄດ້ ຈຳກັດ ແລະ ເຈົ້າສາມາດ ຊອກຮູ້ໄດ້ ເຈົ້າຢາກຮູ້ຫຍັງ ເຈົ້າຊອກຮູ້ໄດ້ ແຕ່ວ່າ ຄັ້ນຊອກຮູ້ແລ້່ວ ສີ່ງທີ່ມັນ ບໍ່ຖືກຕ້ອງ ເຈົ້າກໍບໍ່ເວົ້າ ອອກໄປ ເຈົ້າຮູ້ ກໍແຕ່ຜູ້ດຽວ ດັ່ງນັ້ນ ຄັນຖ້າມັນສ່ຽງ ຈະເປັນການ ກະທົບກະເທືອນ ທາງດ້ານ ຄວາມຫມັ້ນຄົງ ນີ້ແລ້ວ ກໍບໍ່ໃຫ້ເວົ້າ ບໍ່ໃຫ້ວິຈານ".
ເລົາເວົ້າ ຕໍ່ໄປວ່າ ພະນັກງານ ດ້ານສື່ສານ ໃນລາວ ຍັງບໍ່ສາມາດ ຄວບຄຸມ ການເຂົ້າເບີ່ງ ເວັບໄຊຕ໌ ປະເພດຕ່າງໆ ໃນລາວໄດ້ ຈື່ງເປັນຊ່ອງທາງ ໃຫ້ ປະຊາຊົນ ສາມາດ ຊອກຫາຄວາມຈິງໄດ້ ຈາກ ແຫລ່ງຂ່າວອື່ນໆ ໂດຍສະເພາະ ເຣື້ອງການເມືອງ ທີ່ເປັນບັນຫາ ຫລໍ່ແຫລມໃນລາວ ທີ່ຣັຖບານລາວ ຕ້ອງການ ປິດບັງ ແລະ ຄົນລາວ ສ່ວນຫຼາຍ ກໍເວົ້າ ເປັນສຽງດຽວກັນວ່າ ໃນປັດຈຸບັນ ສື່ສານ ທາງສັງຄົມ ມີການ ເປີດກວ້າງຫລາຍ. ຄົນລາວ ອີກຄົນນື່ງ ເວົ້າວ່າ:
"ວ່າ ມັນກໍເປີດເຜີຍ ຢູ່ດຽວນີ້ ມັນເປີດເຜີຍ ກວ້າງຂວາງ ແຕ່ວ່າເນັດ ຢູ່ເມືຶອງລາວມັນ ຍາກຊ້າໂພດ ຂໍ້ມູນຫຍັງ ມັນກໍຊັດເຈນ ຢູ່ແລ້ວ ກໍເປີດກວ້າງຢູ່ ເປີດກວ້າງຫມົດ ບໍ່ມີຂໍ້ ບັງຄັບ ບໍ່ມີຂໍ້ ຫວງຫ້າມ ຢູ່ເມືອງລາວ ຜູ້ທີ່ວ່່າສແວງຫາ ຄວາມດີ ຫລືວ່າບໍ່ດີ ເຂົາກໍຊອກ ເບີ່ງເອງ".
ເລົາວ່າ ທຸກມື້ນີ້ ສື່ມວນຊົນ ໃນລາວ ເປີດກວ້າງ ກວ່າແຕ່ກ່ອນ ຫລາຍ ແຕ່ສື່ທາງ ວິທຍຸ ຫລື ໂທຣະທັດ ໃນລາວ ສ່ວນຫລາຍ ຈະບໍ່ລາຍງານ ຂ່າວທີ່ສຳຄັນ ໃຫ້ ປະຊາຊົນ ໄດ້ຮູ້ເຊັ່ນ ຂ່າວການ ສໍ້ຣາສ ບັງຫລວງ ການຄາຕກັມ ແລະ ການປູ້ນຈີ້ຕ່່າງໆ.