ເຂື່ອນນໍ້າລີກຈະເລີ່ມສໍາຣວດ

ເຂື່ອນໄຟຟ້າ ນໍ້າລີກ 1-2A ກໍາລັງ ຈະເລີ່ມ ສຶກສາ ສໍາຣວດ ຄວາມ ເປັນໄປໄດ້.
ໂພໄຊສວັດ
2012.08.31

ໂຄງການ ກໍ່ສ້າງເຂື່ອນ ນໍ້າລີກ 1-2A ເມືອງຫີນເຫີບ ແຂວງວຽງຈັນ ກໍາລັງຈະເລີ້ມ ລົງມື ສຶກສາສໍາຣວດ ເກັບກໍາຂໍ້ມູນ ໃນເດືອນ ກັນຍາ 2012. ຫາກການສຶກສາ ຕ່າງໆ ໄດ້ຮັບຄວາມສໍາເຣັດ ກໍຈະສາມາດ ອອກແບບ ແລະ ຕົກລົງ ກໍ່ສ້າງໄດ້. ດັ່ງເຈົ້າໜ້າທີ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ເວົ້າວ່າ:

"15 ເມັກກະວັດ ຢູ່ໂຕນໍ້າລີກ 1-2A ຕອນນີ້ ຢູ່ໃນຂັ້ນຕອນ ການສຶກສາ ເກັບກໍາຂໍ້ມູນເນ໋າະ ລະຍະທີ່ເຮົາເຊັນ MoU ນີ້ 18 ເດືອນເນ໋າະ ພາຍຫລັງ 18 ເດືອນ ເຈົ້າຕ້ອງ ລາຍງານຄວາມ ຄືບໜ້າ ການລົງເກັບກໍາ ຂໍ້ມູນ ຂອງເຈົ້າ".

ນາງເວົ້າອີກວ່າ ເຂື່ອນນໍ້າລີກ 1-2A ເປັນເຂື່ອນ ຂນາດນ້ອຍ ທີ່ມີກໍາລັງ ຜລິດພຽງແຕ່ 15 ເມັກກະວັດ ຊຶ່ງເປັນ ແບບຝາຍນໍ້າລົ້ນ ຈຸດປະສົງ ໃນການສ້າງເຂື່ອນ ນີ້ກໍເພື່ອ ແຈກຈ່າຍໄຟຟ້າ ພາຍໃນແຂວງວຽງຈັນ ເອງ. ບໍຣິສັດ ທີ່ໄດ້ຮັບມອບໝາຍ ຮັບຜິດຊອບ ໃນການ ສຶກສາສໍາຣວດ ແລະ ເກັບກໍາຂໍ້ມູນ ແມ່ນບໍຣິສັດ ໂພສີກໍ່ສ້າງ ຮ່ວມກັບ ບໍຣິສັດ ກຮິນເອເນີຈີ ຈໍາກັດ ຊຶ່ງໄດ້ລົງນາມ ໃນ MoU ເມື່ອວັນທີ 3 ສິງຫາ 2012.

ສໍາລັບບັນຫາ ຜົນກະທົບ ຕໍ່ສະພາບແວດລ້ອມ ທາງບໍຣິສັດ ແລະ ຜແນກພະລັງງານ ແລະບໍ່ແຮ່ ເວົ້າວ່າ ເຂື່ອນນໍ້າລີກ 1-2A ເປັນເຂື່ອນນ້ອຍ ຄົງຈະບໍ່ສົ່ງ ຜົນກະທົບ ຮຸນແຮງ ແລະ ຈະບໍ່ກະທົບ ກະເທືອນ ຕໍ່ຊີວິດການ ເປັນຢູ່ຂອງ ປະຊາຊົນຫລາຍ ຍ້ອນສະຖານທີ່ ກໍ່ສ້າງເຂື່ອນ ຕັ້ງຢູ່ໄກ ຈາກໝູ່ບ້ານ ແລະ ພື້ນທີ່ ການກະເສຕ ຂອງຊາວບ້ານ.

ເຈົ້າໜ້າທີ່ ຮັບຜິດຊອບ ການກໍ່ສ້າງ ເຂື່ອນ ນໍ້າລີກ 1-2A ຄາດວ່າ ຜົນຂອງການ ສຶກສາສໍາຣວດ ແລະ ເກັບກໍາຂໍ້ມູນ ທີ່ຕ້ອງການ ຈະແລ້ວສໍາເຣັດ ແລະ ສາມາດ ກໍ່ສ້າງໄດ້ ໃນທ້າຍປີ 2013.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.