ນໍ້າງື່ມ 2 ເລີ້ມຂາຍໄຟໃຫ້ໄທ

ເຂື່ອນ ໄຟຟ້າ ນໍ້າງື່ມ 2 ແຂວງ ວຽງຈັນ ເລີ້ມຂາຍ ໄຟ ໃຫ້ໄທ ແລ້ວ
ໂພໄຊສວັດ
2011.08.31
F-Nam-Ngum2 ນໍ້າງື່ມ ແຂວງວຽງຈັນ ທີ່ເປັນແມ່ແຮງ ຂອງການຜລິດ ກະແສ ໄຟຟ້າ ເພື່ອໃຫ້ໄທ ແລະ ເກັບໄວ້ໃຊ້
RFA

ກົດຟັງສຽງ

ເຂື່ອນ ໄຟຟ້າ ນໍ້າງື່ມ 2 ທີ່ຜລິດ ກະແສ ໄຟຟ້າ ໄດ້ 615 ເມັກກະວັດ ໄດ້ເລີ້ມ ຂາຍໄຟຟ້າ ໃຫ້ໄທ ແລ້ວ, ແຕ່ການ ເປີດພິທີ ຂາຍ ເປັນທາງການ ຈະຈັດໃສ່ ທ້າຍປີ 2011 ນີ້. ຜູ້ ອໍານວຍການ ບໍຣິສັດ ຣາສ-ລາວ ບໍຣິ້ການ ທ່ານ ຈັດຕຸພອນ ໂສພາຣັກສາ ໄດ້ກ່າວ ເມື່ອ ອາທິດ ກ່ອນ.

ທ່ານ ຈັດຕຸພອນ ກ່າວຕໍ່ໄປ ວ່າ ເຂື່ອນ ໄຟຟ້າ ນໍ້າງື່ມ 2 ໄດ້ສ້າງ ສໍາເຣັດ ຮອດ 90 ສ່ວນຮ້ອຍ ແລະ ໄດ້ລິເລີ້ມ ການໃຊ້ງານ ມາແຕ່ ປີ 2010. ໂຄງການ ເຂື່ອນ ໄຟຟ້າ ນໍ້າງື່ມ 2 ແລະ 3, ໂຮງງານ ໄຟຟ້າ ຫົງສາ, ໂຮງງານ ໄຟຟ້າ ເຊປ່ຽນ ເຊນໍ້ານ້ອຍ ແມ່ນ ບໍຣິສັດ ຣາສ-ລາວ ບໍຣິການ ເປັນຜູ້ຮ່ວມ ລົງທຶນ.

ສ່ວນ ເຂື່ອນ ໄຟຟ້າ ນໍ້າງື່ມ 3 ຊຶ່ງຕັ້ງຢູ່ ທາງເໜືອ ຂອງເຂື່ອນ ໄຟຟ້າ ນໍ້າງື່ມ 2 ໃນເຂດເມືອງ ໄຊສົມບູນ ແຂວງ ວຽງຈັນ ສາມາດ ຜລິດ ກະແສ ໄຟຟ້າ ໄດ້ 440 ເມັກກະວັດ ກໍໄດ້ ເຊັນສັນຍາ ຂາຍໄຟຟ້າ ໃຫ້ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ. ເຂື່ອນ ໄຟຟ້າ ນໍ້າງື່ມ 3 ມີກໍານົດ ຂາຍ ໄຟຟ້າ ໃນປີ 2016.

ທ່ານ ຈັດຕຸພອນ ກ່າວຕື່ມ ອີກວ່າ ໂຮງງານ ໄຟຟ້າ ຫົງສາ ຈະຂາຍ ກະແສ ໄຟຟ້າ 1,473 ເມັກກະວັດ ໃຫ້ໄທ ແລະ ທີ່ເຫລືອ ຈະແຈກຢາຍ ໄວ້ໃຊ້ ພາຍໃນ ປະເທດ, ແລະ ໂຄງການນີ້ ມີກໍານົດ ເລີ້ມ ບໍຣິການ ໃນປີ 2015.

ທາງບໍຣິສັດ ຣາສ-ລາວ ບໍຣິການ ຍັງມີ ໂຄງການ ສ້າງໂຮງງານ ໄຟຟ້າ ເຊປ່ຽນ ເຊນໍ້ານ້ອຍ ໃນແຂວງ ອັດຕະປື ແລະ ຈໍາປາສັກ ອີກ ຊຶ່ງເມື່ອ ສໍາເຣັດ ຈະຜລິດ ກະແສ ໄຟຟ້າ ໄດ້ 390 ເມັກກະວັດ. ສ່ວນກະແສ ໄຟຟ້າ ເກືອບທັງໝົດ ຈະຂາຍ ສົ່ງອອກໄປ ແຂວງ ອຸບົນຣາຊທານີ ປະເທດໄທ ໃນປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.