ເຂື່ອນນ້ຳຄານ 2 ຄືບໜ້າ

ໂຄງການ ສ້າງເຂື່ອນ ນ້ຳຄານ 2 ແຂວງຫລວງພຣະບາງ ມີຄວາມຄືບໜ້າ ໄປຫລາຍແລ້ວ.

2012.11.01
F-namkhan ສາຍນໍ້າຄານ ທີ່ໄຫລຜ່ານ ແຂວງ ຫຼວງພຣະບາງ
Marcel

ບໍຣິສັດ ໄຟຟ້ານ້ຳຕົກ ຂອງຈີນ ເລິ້ມການກໍ່ສ້າງ ເຂື່ອນ ດັ່ງກ່າວ ນັບແຕ່ເດືອນ 11 ປີ 2011 ເປັນຕົ້ນມາ ປັດຈຸບັນ ໄດ້ສ້າງ ອຸໂມງ ໃຫ້ນ້ຳໄຫລ ແລະ ໂຍກຍ້າຍຊາວບ້ານ ສຳເຣັດແລ້ວ ກຳລັງເຈຣະຈາ ເຣື່ອງຊື້ຂາຍໄຟຟ້າ. ເຈົ້າໜ້າທີ່ກ່ຽວຂ້ອງ ເວົ້າວ່າ:

“ບໍຣິສັດ ເປັນຂອງຈີນ ກໍມີຄວາມຄືບໜ້າ ປາຍປີນີ້ກໍອາດ ຊີ່ກໍ່ສ້າງຕາຂ່າຍ ຊື້ຂາຍ ຣະຫວ່າງເຈົ້າຂອງ ໂຄງການ ກັບໄຟຟ້າລາວ”.

ເຈົ້າໜ້າທີ່ ເວົ້າອີກວ່າ ປະຊາຊົນກວ່າ 100 ຄອບຄົວ ໄດ້ໂຍກຍ້າຍ ໄປຢູ່ບ້ານຈັດສັນ ບ້ານຫ້ວຍຊ້າງໃໝ່ ແລະ ທາງເຈົ້າຂອງໂຄງການ ສ້າງເຂື່ອນ ກໍໄດ້ໃຫ້ເງິນ ຈຳນວນນຶ່ງ ເພື່ອພັທນາບ້ານ ດັ່ງກ່າວ.

ເມື່ອເດືອນສິງຫາ ປີ 2011 ຣັດວິສາຫະກິດ ໄຟຟ້າລາວ ໄດ້ຕົກລົງເຊັນ ສັນຍາ ອະນຸຍາດ ໃຫ້ບໍຣິສັດ ໄຟຟ້ານ້ຳຕົກ ຂອງຈີນ ຫລື Sino-hydro ສ້າງເຂື່ອນສອງແຫ່ງ ໃສ່ ນ້ຳຄານ ຄືເຂື່ອນ ນ້ຳຄານ 2 ແລະ ເຂື່ອນນ້ຳຄານ 3. ເຂື່ອນນ້ຳຄານ 2 ຕັ້ງຢູ່ໃນເຂດ ເມືອງຊຽງເງິນ ແລະ ພູຄູນ ໄກຈາກ ນະຄອນ ຫລວງພຣະບາງ ໄປທາງພາກ ຕາເວັນ ອອກສ່ຽງໃຕ້ ປະມານ 30 ກິໂລແມັດ ສ່ວນເຂື່ອນນ້ຳຄານ 3 ຢູ່ໄກຈາກ ນະຄອນ ຫລວງພຣະບາງ 70 ກິໂລແມັດ.

ບໍຣິສັດ ໄຟຟ້ານ້ຳຕົກ ຂອງຈີນ ຈະລົງທຶນເຖິງ 559 ລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງເຂື່ອນ ທັງສອງແຫ່ງ ແລະ ເນັ່ງສາຍໄຟຟ້າ. ທັງສອງເຂື່ອນ ແມ່ນເຂື່ອນ ຂນາດນ້ອຍ ຄືເຂື່ອນນ້ຳຄານ 2 ຈະຜລິດໄຟຟ້າໄດ້ 126 ເມກາວັດ ເຂື່ອນນ້ຳຄານ 3 ຈະຜລິດໄດ້ພຽງແຕ່ 47 ເມກາວັດ.

ນອກຈາກເຂື່ອນນ້ຳຄານ ແລ້ວ ບໍຣິສັດ ໄຟຟ້ານ້ຳຕົກ ຂອງຈີນ ຍັງມີແຜນຈະສ້າງ ເຂື່ອນເຖິງ 7 ແຫ່ງ ໃສ່ນ້ຳອູ ທັງໃນແຂວງ ຫລວງພຣະບາງ ແລະ ຜົ້ງສາລີ. ປັດຈຸບັນ ບໍຣິສັດຈີນ ກໍາລັງສຶກສາ ສຳຣວດ ແລະ ຊອກຫາລູກຄ້າ ທີ່ຈະຮັບຊື້ ໄຟຟ້າຈາກເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.