ຊາວນະຄອນພະນົມ ຕໍ່ຕ້ານເຂື່ອນໄຊຍະບູຣີ
2011.02.16
ກົດຟັງສຽງ
ທ່ານ ຫານນະຣົງ ເຍົາວະເລີດ ອະນຸຄນະ ກັມມະການ ຊັພຍາກອນນ້ຳ ວຸດທິສະພາໄທ ໄດ້ໃຫ້ຂໍ້ມູນ ເລື້ອງການສ້າງເຂຶ່ອນ ໄຟຟ້າ ໄຊຍະບູຣີ ຕໍ່ປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ໃນກອງປະຊຸມ ຄັ້ງທີ 3 ທີ່ແຂວງ ນະຄອນພນົມ ຂອງໄທ ໃນມື້ວັນທີ 12 ກຸມພາ ຜ່ານມາວ່າ ຫາກເກີດການສ້າງ ເຂຶ່ອນໄຊຍະບູຣີ ຢ່າງແທ້ຈິງ ຈະສົ່ງຜົລກະທົບ ໂດຍຕຣົງ ຕໍ່ປະຊາຊົນ ຜູ້ທີ່ອາສັຍ ຕາມລຳແມ່ນ້ຳຂອງ ຮ່ວມທັງທີ່ແຂວງ ນະຄອນພະນົມ ນຳອີກ ທ່ານໄດ້ແນະນຳ ໃຫ້ປະຊາຊົນໄທ ກົດດັນ ຣັຖບານລາວ ບໍ່ໃຫ້ສ້າງເຂື່ອນ ດ່ັງກ່າວ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ຊາວບ້ານບອກວ່າ ຖ້າຫາກວ່າ ສປປລາວ ຍັງບໍ່ຟັງ ແລະຈະເດີນຫນ້າ ໃນໂຄງການຕໍ່ໄປ ກໍ່ອາດຈະມີມາຕການ ຢ່າງໃດຢ່າງນຶ່ງ ຂອງພາກປະຊາຊົນ ອອກມາ ກໍ່ອາດຈະຕ້ອງ ມີແຮງກົດດັນ ໄປຍັງ ປະເທດລາວ ເຊັ່ນ: ອາດຈະມີການ ປິດຂົວຂ້າມ ຊາຍແດນໄທລາວ ດັ່ງນີ້ເປັນຕົ້ນ".
ທ່ານກ່າວຕໍ່ໄປວ່າ ປະຊາຊົນ ຈາກແຂວງ ນະຄອນພນົມ ທີ່ມາເຂົ້າຮ່ວມປະຊຸມ ໃນວັນທີ 12 ກຸມພາ ນັ້ນ ສ່ວນໃຫຍ່ບໍ່ຮູ້ ກ່ຽວກັບ ໂຄງການສ້າງເຂື່ອນ ໄຊຍະບູຣີ ມາກ່ອນ. ກຸ່ມດັ່ງກ່າວ ຮູ້ສຶກວ່າ ຣັຖບານລາວ ຄວນຮັບຟັງ ຄວາມຄິດຄວາມເຫັນ ຂອງປະຊາຊົນ ຈາກຫລາຍປະເທດ ທີ່ຕັ້ງຕາມລຳ ແມ່ນ້ຳຂອງ ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການດັ່ງກ່າວ. ແຕ່ຣັຖບານລາວ ກໍ່ບໍ່ຍອມຮັບຟັງ ຈື່ງຕ້ອງ ຊັກຊວນຊາວບ້ານ ຈາກເຂດຕ່າງ ໃຫ້ຕ້ານການ ສ້າງເຂື່ອນໃນລາວ.
ປັດຈຸບັນ ໂຄງການສ້າງເຂື່ອນ ໄຊຍະບູຣີ ກຳລັງ ຢູ່ໃນຂັ້ນຕອນ ການສຳຣວດ ອອກແບບ ແລະ ກຳລັງຈະໂຍກຍ້າຍ ປະຊາຊົນ ຊາວລາວປະມານ 2,500 ຄອບຄົວ ໄປຢູ່ສະຖານທີ່ ແຫ່ງໃຫມ່.