ພະມ້າປ່ຽນແປງ ລາວອາຈມີຜົນພອຍໄດ້
2012.08.02
ຊາວລາວຫລາຍຄົນ ເປັນຫວ່ງຢ້ານວ່າ ການເປີດກວ້າງ ຂອງພະມ້າ ຈະສົ່ງຜົລກະທົບ ທາງລົບຕໍ່ການ ເຕີບໃຫຍ່ ຂອງ ເສຖກີດລາວ ແຕ່ນັກ ປັນຍາຊົນລາວ ທ່ານນື່ງເວົ້າວ່າ ການເປີດ ປະເທດ ຂອງພະມ້າ ຈະເຮັດໃຫ້ ເສຖກິດ ຂອງລາວ ມີການເຕີບໂຕ ຫລາຍຂື້ນ ເພາະວ່າ ເຄືອຂ່າຍ ນັກລົງທືນ ໃນລາວ ຈະໃຊ້ລາວເປັນຖານ ໃນການລົງທືນ ໃນພະມ້າ ເພາະໃກ້ຄຽງກັນ ແລະ ສປປ ລາວ ກໍມີ ໂຄງຮ່າງພື້ນຖານ ດີກວ່າ. ທ່ານກ່າວ ໃນຕອນນື່ງວ່າ:
"ພະມ້າ ເປີດປະເທດ ຍີ່ງມີຜົລດີ ຕໍ່ເສຖກິດລາວ ລາວທີ່ຈະໄດ້ ຜົລປະໂຫຍດ ກໍຄືເລື້ອງ ກ່ຽວກັບຕລາດ ທີ່ສາມາດ ສົ່ງອອກ ໃຫ້ພະມ້າໄດ້ ກໍມີບາງສີ່ງ ທີ່ເປັນໄປໄດ້ ທີ່ຈະສົ່ງ ອອກ ໃຫ້ພະມ້າໄດ້ ເຫມືອນກັນ ແລະ ເລື້ອງການເປັນ ຈຸດເຊື່ອມຕໍ່ ທາງບົກ ຣະຫວ່າງພະມ້າ ກັບວຽດນາມ ຫລືພະມ້າ ກັບບາງປະເທດ ທີ່ໃກ້ຄຽງ ການຄົມມະນາຄົມ ຂົນສົ່ງ ກໍຕ້ອງຜ່ານ ລາວ".
ນັກປັນຍາຊົນ ທ່ານນີ້ ກ່າວຕໍ່ໄປວ່າ ສ່ວນຕົວແລ້ວ ບໍ່ຄິດວ່າ ນັກລົງທືນ ໃນລາວ ດັ່ງຈີນ ແລະວຽດນາມ ຈະບໍ່ໄປລົງທືນ ໃນພະມ້າ ເພາະລາວ ມີຄວາມສຳພັນ ດີກວ່າ ແລະ ເຖີງແມ່ນວ່າ ກຸ່ມນັກລົງທືນ ຈະຫັນໄປລົງທືນ ໃນພະມ້າ ພວກຂະເຈົ້າ ກໍຈະໃຊ້ຖານ ທີ່ມີຢູ່ແລ້ວ ໃນລາວ ແລະກຸ່ມດ່ັງກ່າວ ອາດຈະໃຊ້ພະມ້າ ເປັນຕລາດສົ່ງອອກ ຫລາຍກວ່າ.
ສຳລັບເຣື່ອງ ທຸຣະກິດ ບໍ່ແຮ່ ທີ່ພະມ້າ ມີ ສັກກະຍະພາບ ສູງນັ້ນ ແຕ່ພະມ້າ ຍັງຂາດກົດຫມາຍ ການລົງທືນ ສປປລາວ ມີກົດຫມາຍ ລົງທືນ ທີ່ໂປ່ງໄສກວ່າ. ທ່ານກ່າວເພີ້ມວ່າ:
"ການລົງທືນບໍ່ແຮ່ ມັນຣະຍະຍາວ ຫມາຍຄວາມວ່າ ນັກລົງທືນ ຄົງບໍ່ຕັດສີນໃຈ ຢ່າງກະທັນຫັນ ທີ່ຈະໄປລົງທືນ ໃນພະມ້າ ດ້ານບໍ່ແຮ່ ເພາະມັນຕ້ອງມີ ກົດຣະບຽບ ຫລືວ່າ ກົດຫມາຍຕ່າງໆ ທີ່ຮອງຮັບທີ່ດີ ອາດຈະໃຊ້ ເວລາຍາວນານ".
ໃນທີ່ສຸດ ທ່ານວ່າ ຄວາມສຳພັນ ຣະຫວ່າງ ລາວກັບພະມ້າ ທາງດ້ານການ ຄ້າຍັງ ບໍ່ມີຫລາຍ ເປັນຍ້ອນວ່າ ພະມ້າ ກຳລັງເປີດ ປະເທດໃຫມ່ ໃນອະນາຄົດ ອາດຈະຫລາຍກວ່ານີ້ ໂດຍສະເພາະ ທາງດ້ານ ການກະເສດ ແລະ ອຸດສາຫະກັມ ແຜ່ນແພ.