ເທສການງານປີໃໝ່ 3 ຊາດ

ແຂວງ ມຸກດາຫານ ຂອງໄທ ເປັນເຈົ້າພາບ ຈັດງານ ປະເພນີ ສລອງປີໃໝ່ ສອງຝັ່ງຂອງ 3 ແຜ່ນດິນ.

ການຫລີ້ນບຸນຫົດນໍ້າຢູ່ຊຽງໃໝ່ທາງພາກເໜືອຂອງປະເທດໄທ
ການຫລີ້ນບຸນຫົດນໍ້າຢູ່ຊຽງໃໝ່ທາງພາກເໜືອຂອງປະເທດໄທ (AFP PHOTO/Pornchai KITTIWONGSAKUL.)

0:00 / 0:00

ກົດຟັງສຽງ

ແຂວງມຸກດາຫານ ຂອງໄທ ເປັນເຈົ້າພາບ ຈັດບຸນປະເພນີ ປະຈໍາປີ ສລອງປີໃໝ່ ສອງຝັ່ງຂອງ 3 ແຜ່ນດິນ ໄທ ລາວ ແລະວຽດນາມ ເພື່ອສົ່ງເສີມການ ທ່ອງທ່ຽວ ຂອງແຂວງ ແລະຄວາມສໍາພັນ ລະຫ່ວາງເມືອງແຝດ ມຸກດາຫານ-ສວັນນນະເຂດ ຂອງລາວ ແລະ ມຸກດາຫານ-ກວາງຈີ ຂອງວຽດນາມ.

ພິທີນີ້ ຖືກຈັດຂື້ນ ລະຫ່ວາງວັນທີ 12-16 ເມສາ ຢູ່ທີ່ສວນ ສາທາຣະນະ ສເລີມພຣະກຽດ ການຈະນະພິເສດ ໂດຍມີການ ຕົບພຣະຊາຍ, ທໍາບຸນຕັກບາດແດ່ ພຣະສົງ, ປ່ອຍປາ, ພິທີ່ແຫ່ເຄື່ອງ ບັນນາການ ຖວາຍສິ່ງສັກສິດ ຄູ່ບ້ານຄູ່ເມືອງ, ພິທີສົງນໍ້າພຣະພຸທຮູບ ແລະເຄື່ອງສັກກາຣະບູຊາ, ຫົດນໍ້າ ແລະຂໍພອນຈາກ ຜູ້ເຖົ້າຜູ້ແກ່, ສະແດງສິລປະ ວັທນະທັມ ຂອງ 3 ປະເທດ.

ພ້ອມກັນນັ້ນ ຍັງມີການ ປະກວດນາງສັງຂານ 2 ຝັ່ງຂອງ 3 ແຜ່ນດິນ ອັນມີ ສາວໄທ ສາວລາວ ແລະ ສາວວຽດນາມເຂົ້າຮ່ວມ, ມີການອອກຮ້ານ ຈໍາຫນ່າຍຜລິຕຜົນ
ອາຫານໄທ ແລະອາຫານ ອິນໂດຈີນ, ຕາມລາຍງານ ຈາກທ້ອງຖິ່ນ ແຂວງມຸກດາຫານ.