ນໍ້າປະປາມີກິ່ນ

ນໍ້າປະປາ ຢູ່ເມືອງສິງ ແຂວງ ຫລວງນໍ້າທາ ມີກິ່ນຂີວ ຈົນ ປະຊາຊົນ ບໍ່ກ້າ ຈະໃຊ້.
ສົມເນ
2012.01.03
F-Luangnamtha ໃນຕົວເມືອງ ແຂວງຫຼວງນໍ້າທາ
Phieng Chansina

ກົດຟັງສຽງ

ການກໍ່ສ້າງ ລະບົບ ນໍ້າປະປາ ຢູ່ເມືອງສິງ ແຂວງ ຫລວງນໍ້າທາ ແລ້ວມາໄດ້ ຫລາຍເດືອນແລ້ວ ແຕ່ ປະຊາຊົນ ໃນຫລາຍບ້ານ ຍັງບໍ່ກ້າ ໃຊ້ນໍ້າ ຍ້ອນກິ່ນຂີວ ຄ້າຍກັບ ຢາຂ້າຫຍ້າ ທີ່ໃຊ້ໃນສວນ ຢາງພາຣາ.

ທ້າວ ບຸນກອງ ຄໍາສວາດ ຊາວບ້ານ ປ່າຕ້ອຍ ເມືອງສິງ ເວົ້າວ່າ ໄດ້ຈ່າຍຄ່າ ນໍ້າປະປາ ເດືອນນື່ງ ປະມານ 7,000 9,000 ກີບ ສໍາລັບໃຊ້ອາບ ແລະ ຊັກເຄື່ອງ ແຕ່ບໍ່ໃຊ້ ສໍາລັບ ຄົວກິນ ຫຼືໃຊ້ຕົ້ມກິນ ເພາະມີກິ່ນ ຂີວຫລາຍ ຢ້ານຈະເປັນ ອັນຕຣາຍ ຕໍ່ສຸຂພາບ ຈື່ງຕ້ອງໄດ້ ຊື້ນໍ້າຈາກ ໂຮງງານ ຜລິດນໍ້າ ທັ້ງໆທີ່ ພນັກງານ ນໍ້າປະປາ ເມືອງສິງ ເຄີຽບອກ ປະຊາຊົນ ຢູ່ເລື້ອຍໆວ່າ ໃຫ້ພາກັນໃຊ້ ນໍ້າປະປາ ດີກ່ວາຈະຊື້ ນໍ້າກະຕຸກ 20 ລິດ ມາກິນ ເພາະວ່າ ນໍ້າປະປາ ໄດ້ຜ່ານການ ຂ້າເຊື້ອໂຣກ ຢ່າງຄັກແນ່ແລ້ວ.

ໃນເຣື້ອງດຽວ ກັນນີ້ ທ່ານ ຈັນສະໝອນ ວົງສັມພັນ ຜູ້ອໍານວຍການ ນໍ້າປະປາ ແຂວງ ຫລວງນໍ້າທາ ໄດ້ກ່າວວ່າ ນໍ້າປະປາ ທີ່ມີກິ່ນຂີວ ນັ້ນບໍ່ແມ່ນ ມາຈາກຢາ ຂ້າຫຍ້າ ໃນສວນ ຢາງພາຣາ ແຕ່ມັນແມ່ນ ກິ່ນຢາ ທີ່ໃຊ້ຂ້າ ເຊື້ອພຍາດ ໃນນໍ້າ ບໍ່ເປັນ ອັນຕລາຍຕໍ່ ສຸຂພາບ.

ເຖິງຢ່າງໃດ ກໍດີ ທ້າວ ບຸນກອງ ແລະ ຄົນອື່ນໆ ກໍເວົ້າວ່າ ກິ່ນຂີວນີ້ ມັນກືນ ບໍ່ລົງຄໍ ບໍ່ຮູ້ວ່າ ທາງນໍ້າປະປາ ໃຊ້ຢາຂ້າເຊື້ອ ຊນິດໃດແທ້ ລະບົບ ນໍ້າປະປາ ຢູ່ເມືອງສິງ ໃຊ້ ງົບປະມານ ກໍ່ສ້າງ ປະມານ 1 ລ້ານ 4 ແສນ ໂດລາ ສະຫະຣັດ ດ້ວຍເງິນ ຊ່ວຍເຫລືອລ້າ ຈາກ ທະນາຄານ ພັທນາເອເຊັຽ ນໍ້າປະປາ ແຫ່ງນີ້ ສາມາດ ຜລິດນໍ້າໄດ້ ວັນນືງ 1,800 ແມັດກ້ອນ ສໍາລັບ 11 ບ້ານ ປະມານ 1,400 ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.