ນໍ້າພລັງງານອາຫານ ຕ້ອງຊ່ວຍກັນປັບປຸງ

ກອງປະຊຸມ ຄນະກັມມາທິການ ແມ່ນ້ຳຂອງ ທີ່ພູເກັດ ຮຽກຮ້ອງໃຫ້ ຫາຊ່ອງທາງ ທີ່ສ້າງສັນ ກ່ຽວກັບ ບັນຫານ້ຳ ພລັງງານ ແລະ ອາຫານ.
ສິດນີ
2012.05.04
F-Phuket-meeting ຊາວລຸ່ມ ແມ່ນໍ້າຂອງ ຖືປ້າຍຄໍາຂວັນ ທີ່ເວົ້າວ່າ ປາຄືຊີວິດ
RFA

ກົດຟັງສຽງ

ກອງປະຊຸມ ນານາຊາດ ກ່ຽວກັບ ການບໍຣິຫານ ຈັດການ ໃນປະເທດ ອ່າງແມ່ນ້ຳ ໃນໂລກ ທີ່ໃຊ້ເວລາ 3 ວັນ ທີ່ພູເກັດ ປະເທດໄທ ຂອງບັນດາ ຜູ້ຕັດສີນໃຈ ກ່ຽວກັບ ນ້ຳ ພລັງງານ ແລະ ອາຫານ ຈາກຫລາຍ ປະເທດ ໃນໂລກ ໄດ້ມ້ວນທ້າຍ ດ້ວຍການຮຽກຮ້ອງ ໃຫ້ຊອກຊ່ອງທາງ ທີ່ສ້າງສັນ ກ່ຽວກັບ ບັນຫານ້ຳ ພລັງງານ ແລະ ອາຫານ.

ຜູ້ທີ່ເຂົ້າຮ່ວມ ປະຊຸມ ມີຕົວແທນ ຈາກ 350 ອົງກອນ ຜູ້ຈັດການ ບໍຣິຫານນ້ຳ ຜູ້ນຳປະເທດ ແລະ ອົງການທີ່ ກ່ຽວຂ້ອງ ທົ່ວໂລກໄດ້ ໂອ້ລົມກັນ ກ່ຽວກັບບັນຫາ ຄວາມກົດດັນ ຈາກການໃຊ້ນ້ຳ ຮ່ວມກັນ ໃນຂນະທີ່ມີ ປະຊາກອນ ເພີ້ມຂື້ນ ຢ່າງຫລວງຫລາຍ ໃນໂລກ ບັນຫາ ອາກາດປ່ຽນແປງ ຢ່າງກະທັນຫັນ ບັນຫາ ການຂຍາຍໂຕ ຂອງເຂດເມືອງຫລວງ ໃຫຍ່ໆໃນໂລກ ທີ່ສົ່ງຜົລກະທົບ ຕໍ່ການໃຊ້ນ້ຳ ອາຫານ ແລະ ພລັງງານ.

ກອງປະຊຸມ ດັ່ງກ່າວ ເປັນເຈົ້າພາບ ໂດຍອົງການ ແມ່ນ້ຳຂອງ ແລະ ຣັຖບານໄທ ຊື່ງເປັນພາກສ່ວນ ຂອງການພັທນາ ທີ່ຍືນຍົງ ຂອງອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ບັນດາ ປະເທດທີ່ຕັ້ງຢູ່ ແຄມນ້ຳ ຫລືອ່າງນ້ຳ ໃນໂລກ ໃຫ້ຊ່ອຍກັນ ຊອກຊ່ອງທາງ ແກ້ໄຂບັນຫາ ຄວາມຂັດແຍ່ງ ທີ່ອາດຈະ ເກີດຂື້ນ ໃນການໃຊ້ນ້ຳ ຮ່ວມກັນ.

ທີ່ປະຊຸມໄດ້ ປຶກສາຫາລືກັນ ກ່ຽວກັບ ການຊອກຊ່ອງທາງ ທີ່ສ້າງສັນ ໃນການ ໃຊ້ນ້ຳ ພລັງງານ ແລະ ອາຫານການກີນ ປາສຈາກ ການຍາດແຍ່ງກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 08:13 AM

ຊ່ວຍກັນວາງແຜນຮອບດ້ານປ້ອງກັນດີກ່ວາຈະແກ້ໄຂ, ທຸກພາກສ່ວນໂຮມກັນເປັນກຳລັງສັງລວມນັ້ນແລ້ວ, ເປັນລັກການຖືກຕ້ອງດີທີ່ສຸດ.