ເດັກນ້ອຍໄຊຍະບູຣີ ສ່ຽງຕໍ່ກາຣຖືກຫຼອກ

ເດັກນ້ອຍ ຊົນເຜົ່າ ໃນແຂວງ ໄຊຍະບູຣີ ມີຄວາມສ່ຽງ ຫລາຍຕໍ່ກາຣ ຖືກຫລອກລວງ ໄປຂາຍ ແຮງງານ ໃນໄທຽ.
ຫວາດ ສີມູນ
2012.04.03

ກົດຟັງສຽງ

ເດັກນ້ອຍ ແຂວງ ໄຊຍະບູຣີ ໂດຽສະເພາະ ພວກເດັກນ້ອຍ ຜູ້ຊາຍ ມີຄວາມສ່ຽງ ຕໍ່ກາຣທີ່ຈະ ຖືກຫລອກລວງ ໄປຂາຍແຮງງານ ຢູ່ຕາມເຂຕ ຊາຍແດນ ປະເທສໄທຽ ຫລາຍກວ່າ ເດັກນ້ອຍ ຈາກ ເຂຕແຂວງ ອື່ນໆ ດັ່ງເຈົ້າໜ້າທີ່ ອົງກາຣ ດ້ານກາຣ ຄ້າມະນຸສ ສາກົລ ໃນລາວ ເວົ້າວ່າ:

"ໄຊຍະບູຣີນີ້ ກໍເປັນເມືອງ ທີ່ວ່າ ມີຊາຍແດນ ຕິດກັບໄທຽ ເນາະ ຊຶ່ງຜ່ານມາ ມັນມີຄົນ ຢູ່ໃນໄທຽ ມາຊື້ເອົາແລ້ວ ກໍໄປໃຊ້ ແຮງງານ ຈະມີເດັກ ທີ່ວ່າໄປ ເຮັດວຽກ ໂດຽບໍ່ຮູ້ຫຍັງ ແລ້ວກໍຈະຖືກ ຕົວະຍົວະ ໄປໄດ້ງ່າຍ ເພາະເຂົາເຈົ້າ ບໍ່ໄດ້ຮູ້ ເຖິງກາຣ ວ່າມັນມີ ບັນຫາ ນີ້ເກີດຂຶ້ນ ຫລາຍ".

ພ້ອມດຽວກັນນີ້ ທ່ານກໍວ່າ ຜູ້ເປັນ ນາຍໜ້າ ທີ່ຫາຕິດຕໍ່ ເອົາເດັກນ້ອຍ ລາວ ໄປຂາຍແຮງງານ ຢູ່ໃນ ປະເທສໄທຽໃນຣະຍະ ທີ່ຜ່ານມາ ຈະໄດ້ຄ່າຫົວ ປະມານ 500-3,000 ບາທ ຈາກຜູ້ທີ່ ເປັນນາຍຈ້າງ ທີ່ມາຮັບ ຕໍ່ໄປນັ້ນ.

ກ່ຽວກັບກາຣ ຄ້າມະນຸສ ຢູ່ໃນລາວ ຄາດວ່າ ຍິ່ງຈະມີ ບັນຫາຫລາຍ ເພີ່ມຂື້ນ ໃນຂັ້ນຕໍ່ໄປ ຖ້າຫາກວ່າ ລາວ ຈະໄດ້ເຂົ້າ ຮ່ວມກຸ່ມ ເປັນປະຊາຄົມ ເສຖກິຈ ອາຊ໊ຽນ ຕາມທີ່ມີກາຣ ກຳໜົດ ທີ່ຈະເກີດຂຶ້ນ ໃນປີ 2015 ທີ່ຈະມາ ເຖີງນີ້ ຍ້ອນກາຣ ເດີນທາງໄປມາ ຣະຫວ່າງ ປະເທສ ອາຊ໊ຽນ ດ້ວຍກັນ ໄດ້ຮັບຄວາມ ສະດວກສະບາຍ ຫລາຍຂຶ້ນ ແລະ ຍິ່ງຈະມີ ຄວາມສ່ຽງ. ເຈົ້າໜ້າທີ່ລາວ ເວົ້າວ່າ:

"ຂັ້ນໃນເມື່ອເປັນ ປະຊາຄົມ ແລ້ວ ໂຕນີ້ ກາຣເດີນທາງ ມັນກໍຈະສະດວກ ຣະຫວ່າງ ປະເທສ ສະມາຊິກ ໂຕນີ້ ປະເທສທີ່ (ມີ) ວຽກເຮັດງານທຳ ຢູ່ໃນ ປະເທສ ຂອງໂຕນ້ອຍ ກະມີ ໂອກາສ ໄປຂາຍແຮງງານ ຢູ່ປະເທສ ອີກປະເທສ ໜຶ່ງ ກະມີ ຄວາມສ່ຽງ".

ເພື່ອແກ້ໄຂ ບັນຫານີ້ ທ່ານກໍວ່າ ທາງກາຣ ກ່ຽວຂ້ອງຂອງ ແຕ່ລະ ປະເທສ ສະມາຊິກ ອາຊ໊ຽນ ຈະຕ້ອງອອກ ມາຕກາຣ ເພື່ອຄຸ້ມຄອງ ແລະ ເພີ່ມຄວາມເອົາ ໃຈໃສ່ຕໍ່ ກາຣປາບປາມ ຂບວນກາຣ ຄ້າມະນຸສ ຢ່າງ ແທ້ຈີງ ຖ້າບໍ່ດັ່ງນັ້ນ ປະເທສນ້ອຍ ເຊັ່ນ ສປປລາວ ກໍຍັງຈະ ເປັນຜູ້ໄດ້ຮັບ ຜົລກະທົບ ຕໍ່ໄປ ຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 04, 2012 08:04 AM

ຍຸກໂລກາພິວັດແມ່ນວາລະແຫ່ງຄວາມຈະເລີນທາງດ້ານ ວັດຖຸນຳຫນ້າ,ພ້ອມດຽວກັນນີ້ ມັນກໍ່ລ້ວນມີແຕ່ຄົນຂີ່ຫູດ ສາມານຊາຕານເປັັນສ່ວນໃຫ່ຍ,ມັນກໍ່ເປັນການຍາກ ລຳບາກທີ່ສຸດ ຕໍ່ການປ້ອງກັນຄວາມສ່ຽງຕໍ່ເດັກນ້ອຍ ທີ່ຈະຖືກຫລອກຫລອນ ແບບຕ່າງໆ,ນາໆ ເນື່ອງດ້ວຍ ຄວາມທຸກຈົນ ຂອງຜູ້ຮັບພິດຊອບ ບໍ່ສາມາດໃຫ້ຄວາມ ອຸບປະກາລະ ພຽງພໍກັບຍຸກສະໄໝ.