ນັກຂາຍສໍາປະທານ ຫາກໍາໄຣ

ນັກລົງທຶນ ທີ່ໄດ້ຮັບ ສັມປະທານ ຂຸດຄົ້ນບໍ່ແຮ່ ຢູ່ລາວ ບໍ່ມີການ ຂຸດຄົ້ນ ຢ່າງແທ້ຈິງ ແຕ່ໄປຂາຍ ສັມປະທານ ໃຫ້ນັກລົງທຶນ ອື່ນ ເພື່ອຫາ ຜົນກຳໄຣ.
ອະວາຣີ
2012.05.30

ໃນຣະຍະ ສອງສາມປີ ທີ່ຜ່ານມາ ຣັຖບານລາວ ໄດ້ໃຫ້ ສັມປະທານ ການຂຸດຄົ້ນ ບໍ່ແຮ່ ໃຫ້ນັກລົງທຶນ ຕ່າງປະເທດ ຫລາຍໂຄງການ ແຕ່ເມື່ອໄດ້ ສັມປະທານ ແລ້ວ ນັກລົງທຶນ ບາງຄົນ ບໍ່ເລິ້ມລົງມື ຂຸດຄົ້ນ ຈັກເທື່ອ ແຕ່ແກ່ຍາວ ເວລາອອກໄປ ເລື້ອຍໆ. ດັ່ງເຈົ້າໜ້າທີ່ ຫ້ອງການ ບໍ່ແຮ່ ແຂວງວຽງຈັນ ເວົ້າວ່າ:

“ມັນກໍເສັຍ ເວລາ ກ່ອນເຂົາ ຈະຂາຍໄດ້ ມັນກໍຕ້ອງໃຊ້ ເວລາແກ່ຍາວ ແທນທີ່ວ່າ ຂໍອະນຸຍາດ ຊອກຄົ້ນສຳຣວດ ພາຍໃນ ຊ່ວງສອງປີ ແຕ່ຊ່ວງສອງປີ ເຂົາກໍບໍ່ໄດ້ ເຮັດຫຍັງ ແລະ ກໍມັນກາຍ ເປັນ 3 ປີ 4 ປີ ຂໍຕໍ່ອະນຸຍາດ ໄປເລື່ອຍໆ”.

ເຈົ້າໜ້າທີ່ ບໍ່ແຮ່ທ່ານນີ້ ເວົ້າອີກວ່າ ນັກລົງທຶນ ທີ່ໄດ້ສັມປະທານ ເຫລົ່ານີ້ ເລື່ອນເວລາ ການຂຸດຄົ້ນ ອອກໄປເລື້ອຍໆ ນັກລົງທຶນ ບາງຄົນ ອາດຍັງບໍ່ທັນ ມີເງິນເພື່ອລົງມື ຂຸດຄົ້ນ ບາງຄົນ ຮັກສາໄວ້ ເພື່ອຂາຍຕໍ່ໃຫ້ ແກ່ນັກລົນອື່ນ. ການທີ່ນັກລົງທຶນ ບໍ່ເຮັດຫຍັງ ເປັນເວລາດົນນານ ນັ້ນເຮັດໃຫ້ ຣັຖບານ ຂາດຣາຍໄດ້ ຣາຍຮັບ. ດັ່ງເຈົ້າໜ້າທີ່ ບໍ່ແຮ່ ທ່ານດຽວກັນ ເວົ້າອີກວ່າ:

“ທີ່ອະນຸຍາດ ໄປຫລາຍແລ້ວ ແຕ່ ປະສິດທິຜົນ ຣາຍໄດ້ກ່ຽວກັບ ເໝືອງແຮ່ນີ່ ມັນກໍຍັງຈຳກັດ ຢູ່ ມັນບໍ່ສົມຄູ່ ກັບເຮົາ ອະນຸຍາດ ຫລາຍເນາະ ຈະບໍ່ແມ່ນ ຖ້າວ່າມັນກ້າວໄປ ເຖິງຂັ້ນຕອນ ຂຸດຄົ້ນ ມັນຈະຄ່ອຍ ມີຣາຍໄດ້ເນາະ”.

ຍ້ອນດັ່ງນັ້ນ ປັດຈຸບັນ ຣັຖບານລາວ ຈຶ່ງສຳຣວດ ກວດກາ ການປະຕິບັດ ຕາມສັນຍາ ຂອງນັກລົງທຶນ ເຄັ່ງຄັດຂື້ນ. ເມື່ອສອງສາມເດືອນ ກ່ອນ ຣັຖບານ ກໍໄດ້ຍົກເລີກ ການສັມປະທານ ຂຸດຄົ້ນບໍ່ແຮ່ ທີ່ໄດ້ໃຫ້ແກ່ ນັກລົງທຶນ ຫລາຍບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.