ມີສັນຍາແຕ່ບໍ່ໃຊ້ ປະຊາຊົນຮັບເຄາະ

ນັກລົງທຶນ ສວຍໂອກາດ ເອົາປຽບ ປະຊາຊົນ ຈາກການ ສຳປະທານ ທີ່ດິນ ແບບ 2+3
ສິດນີ
2012.11.28
F-Street-market ສ່ວນນື່ງຂອງ ປະຊາຊົນ ຫາຢູ່ຫາກິນ ຊື້ຂາຍຕາມ ຕະຫຼາດແຄມທາງ ບ້ານນ້ຳຍາບ ເມືອງພຽງ. ຊາວລາວ ຝາກອະນາຄົດ ໄວ້ກັບຜູ້ນໍາ ໂດຍສະເພາະ ໃນຍາມ ບ້ານເມືອງ ກໍາລັງມີ ນັກລົງທຶນ ເຂົ້າມາແພ່ຜາຍ ອໍານາດ ໂດຍໃຊ້ເງິນ ເປັນອາວຸດ.
Mek

ເຈົ້າຫນ້າທີ່ ຫ້ອງການ ແຜນການ ແລະ ການລົງທຶນ ປະຈຳ ແຂວງສາຣະວັນ ທ່ານນື່ງ ໄດ້ເວົ້າກ່ຽວກັບ ບັນຫາ ທີ່ນັກລົງທຶນ ມັກເອົາປຽບ ປະຊາຊົນ ຈາກການໃຫ້ ສຳປະທານ ທີ່ດິນ ແບບ 2 ບວກ 3 ວ່າ ມີບໍຣິສັດ ວຽດນາມ ຫລາຍ ບໍຣິສັດ ບໍ່ປະຕິບັດ ຕາມນະໂຍບາຍ ຂອງ ຣັຖບານ ທີ່ວາງໄວ້ ແຕ່ກັບ ສະແຫວງຫາ ຜົລປະໂຍດ ສ່ວນໂຕ ຫລາຍກວ່າ ຮວມທັງ ການຈ່າຍຄ່າແຮງ ໃຫ້ ກັມມະກອນ ຄົນລາວ ແບບບໍ່ສອດຄ່ອງ ກັບກົດຫມາຍ ແຮງງານ ກຳນົດໃຫ້. ທ່ານເວົ້າວ່າ:

"ບາງບໍຣິສັດ ເຂົາກໍບໍ່ ດຳເນີນການ ສະແຫວງຫາ ຜົລປະໂຫຍດ ເຂົາກອ່ນ ເຂົາຈະຫາດິນ ສຳລັບ ສຳປະທານ ກ່ອນ ເມື່ອຄົບຖ້ວນ ຕາມຈຳນວນ ທີ່ເຂົາ ສເນີຣັຖບານ ສຳປະທານ ແລ້ວ ເຂົາຈື່ງຈະ ສົ່ງເສີມ ປະຊາຊົນ ໃນຮູບແບບ 2 ບວກ 3 ທີ່ນີ້ກໍມີ ບໍຣິສັດ ວຽດນາມ ບາງບໍຣິສັດ ເຂົາກໍຍັງ ມີບັນຫາ ຍັງມີ ຂັດແຍ່ງ ຢູ່ກັບພັກຣັຖ ແລະ ກັບເຈົ້າຫນ້າທີ່ ຣັຖ".

ທ່ານກ່າວ ຕໍ່ໄປວ່າ ດັ່ງຕົວຢ່າງ ນັກລົງທຶນ ເຮັດສັນຍາ ກັບຣັຖບານ ເພື່ອ ສຳປະທານ ພື້ນທີ່ ປະມານ 1000 ເຮັກຕາ ເຂົາຕ້ອງການ ທີ່ີດິນ ໃຫ້ຄົບຕາມ ຈຳນວນກ່ອນ ເຂົາຈື່ງສົ່ງເສີມ ປະຊາຊົນ ໃນຮູບແບບ 2 ບວກ 3 ຊຶ່ງຕາມຄວາມ ເປັນຈິງແລ້ວ ຣັຖບານ ຈະບໍ່ສາມາດ ຫາດິນໃຫ້ຄົບ ຕາມຈຳນວນ ໃນຊ່ວງເວລາ ທີ່ສັ້ນໆ ໃຫ້ເປັນດິນຜືນ ດຽວກັນໄດ້ ທາງການ ຈຶ່ງຄ່ອຍຫາໄປ ໂດຍໄດ້ຮຽກຮ້ອງ ໃຫ້ນັກລົງທຶນ ເລີ້ມສົ່ງເສີມ ປະຊາຊົນ ດ້ວຍການເລີ້ມ ໂຄງການ 2 ບວກ 3 ເທື່ອລະນ້ອຍ ໄປກອ່ນ ແຕ່ກຸ່ມ ນັກລົງທຶນ ກໍບໍ່ ປະຕິບັດ ຕາມ.

ອີກບັນຫານື່ງ ກໍແມ່ນເຣື້ອງ ຄ່າຈ້າງແຮງງານ ທີ່ບໍ່ເຫມາະສົມ ທາງການລາວ ກໍໄດ້ ພຍາຍາມ ເຈຣະຈາ ເພື່ອໃຫ້ປັບຄ່າ ແຮງງານລາວ ແດ່ເລັກນ້ອຍ ເພື່ອໃຫ້ສອດຄ່ອງ ກັັບການເປັນຢູ່ ຂອງ ປະຊາຊົນ ຕາມກົດຫມາຍ ແຮງງານລາວ ທີ່ໄດ້ຕົກລົງ ກັນໄວ້ ແຕ່ນັກລົງທຶນ ກໍຍັງບໍ່ ປະຕິບັດ ຕາມ. ທ່ານເວົ້າອີກວ່າ:

"ຜົລຕອບແທນ ທາງດ້ານ ແຮງງານນີ້ ຄ່າແຮງງານ ຕ່ຳສຸດ ຂອງຣັຖບານ ກຳນົດກໍຄື 6 ແສນ ກວ່າກີບຕໍ່ເດືອນ ແຕ່ວ່າ ບາງບໍຣິສັດ ໃຫ້ຄ່າແຮງງານ 2-3 ແສນກີບ ກໍບໍ່ກຸ້ມຄ່າ ກໍຍັງມີ ບາງບໍຣິສັດ ຍັງບໍ່ປັບ".

ທ່ານວ່າ ຊາວກະສິກອນ ລາວ ຖືກເອົາປຽບ ຈາກນັກລົງທຶນ ຕ່າງຊາດ ມາຕຣອດ ແຕ່ກໍເຮັດຫຍັງ ບໍ່ໄດ້ ເພາະເປັນແຜນການ ພັທນາ ເສຖກິດ ຂອງ ຣັຖບານ ລາວ ມາແຕ່ຕົ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.