ໂຄງການໃໝ່ເພື່ອສົ່ງເສີມ ຄົນງານຂ້າມຊາດ
2010.12.17
ກົດຟັງສຽງ
ໂຄງການໃຊ້ ລະຍະ ເວລາ 5 ປີ ທີ່ມີຊື່ວ່າ TRIANGLE ຫລືໂຄງການ ທີ່ແບ່ງອອກ ເປັນສາມສ່ວນ ເພື່ອປົກປ້ອງ ຄົນງານຂ້າມຊາດ ຈາກການຖືກ ເອົາລັດເອົາປຽບ, ຈະຖືກຈັດ ຂຶ້ນຢູ່ ກຳພູຊາ ຈີນ ລາວ ມາເລເຊັຍ ໄທ ແລະວຽດນາມ. ໂຄງການດັ່ງກ່າວ ຈະໃຫ້ການ ຊ່ວຍເຫລືອ ຄົນງານຂ້າມຊາດ ທັງຍິງແລະຊາຍ ໂດຍກົງ ປະມານ 20,000 ຄົນ ໂດຍຜ່ານຂໍ້ ມູນຂ່າວສານ ການຝຶກອົບຮົມ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍ. ໂຄງການ TRIANGLE ຈະໄດ້ຣັບ ການສນັບສນູນ ຈາກຣັຖບານ ອອສເຕຣເລັຍ ໂດຍຜ່ານ ອົງການ AusAID ໂດຍຈະມີ ກອງທຶນ ປະມານ 10 ລ້ານ ໂດລາ ສະຫະຣັຖ.
ການປະກາດ ໃນການຈັດຕັ້ງ ໂຄງການ ຈະມີຂຶ້ນ ໃນມື້ວັນທີ 18 ທັນວາ ຊຶ່ງເປັນມື້ ແຮງງານ ຂ້າມຊາດສາກົນ ຊຶ່ງປີນີ້ເປັນ ປີຄົບຮອບ ທີ 20 ຂອງ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການ ປົກປ້ອງ ຄົນງານຂ້າມຊາດ ແລະ ສະມາຊິກ ຄອບຄົວ ຂອງ ພວກຂະເຈົ້າ.
ໃນເວລາດຽວກັນ ໂຄງການ TRIANGLE ຍັງມີເປົ້າໝາຍ ເພື່ອສົ່ງເສີມ ການຮ່ວມມື ລະຫວ່າງ ຣັຖບານ ໃຫ້ຫລາຍເພີ້ມຂຶ້ນ, ເພື່ອປັບປຸງ ວຽກການດ້ານ ການຕົກລົງ ສອງຝ່າຍ ແລະ ຫລາຍໆຝ່າຍ ໃນການຮັບ ສມັກຄົນງານ, ການຈ້າງຄົນງານ ແລະ ປົກປ້ອງ ລະບົບສັງຄົມ ຂອງຄົນງານ ຂ້າມຊາດ. ພ້ອມດຽວກັນນັ້ນ ໂຄງການດັ່ງກ່າວ ຍັງຈະຊ່ວຍ ນາຍຈ້າງ, ຄົນງານ ແລະ ອົງການພາກ ປະຊາສັງຄົມ ໃນການຫລຸດຜ່ອນ ຄວາມສ່ຽງ ແລະ ສ້າງຜົນ ປໂຍດສູງສຸດ ໃຫ້ຄົນງານ ຂ້າມຊາດ ອີກດ້ວຍ.