ຣະດັບນໍ້າຂອງຍັງຕ້ອງ ເຝົ້າຣະວັງ
2012.08.30

ທາງການໄດ້ເຕືອນ ປະຊາຊົນ ທີ່ ອາສັຍຢູ່ຕາມແຄມ ແມ່ນໍ້າຂອງ ໃຫ້ເຝົ້າຣະວັງ ຢ່າງໃກ້ຊິດ ເຈົ້າໜ້າທີ່ ຜແນກ ພຍາກອນອາກາດ ແລະ ອຸຕຸການບິນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ເວົ້າວ່າ:
"ຢູ່ນະຄອນຫລວງ ມື້ນີຫັ້ນ 8.65 ແມັດ ຢູ່ຫລວງພຣະບາງ 11.79 ແມັດ ຂອງ ມື້ນີ້ຫັ້ນໜ໋າ ແລ້ວຂອງເມືອງອື່ນຫັ້ນ ເພິ່ນພຍາກອນ ໄວ້ຫັ້ນ 10.15".
ນາງເວົ້າຕື່ມວ່າ ນໍ້າຂອງ ບໍຣິເວນ ນະຄອນຫລວງ ວຽງຈັນ ຍັງບໍ່ສູງ ພໍປານໃດ ແຕ່ບ່ອນ ທີ່ສູງທີ່ສຸດ ແມ່ນຢູ່ ບໍຣິເວນເມືອງ ຫລວງພຣະບາງ ມີການ ຄາດຄະເນວ່າ ຣະດັບ ນໍ້າ ຢູ່ຫລວງພຣະບາງ ຈະຕໍ່າລົງ ແລະ ຈະໄຫລລົງຜ່ານ ແຂວງ ໄຊຍະບຸຣີ ແຂວງວຽງຈັນ ແລະ ແຂວງຕ່າງໆ ທາງພາກໃຕ້ ຈຶ່ງໄດ້ປ່າວເຕືອນ ໃຫ້ປະຊາຊົນ ໃນເຂດນັ້ນໆ ໃຫ້ຕິດຕາມ ຣະດັບນໍ້າ ຢ່າງໃກ້ຊິດ. ຖ້າວ່າຝົນຍັງຕົກໜັກ ແລະ ຍືດເຍື້ອ ອາດເຮັດໃຫ້ ຣະດັບນໍ້າ ສູງຂຶ້ນໄວ ຈົນລົ້ນຝັ່ງ ໄຫລເຂົ້າຖ້ວມ ບ້ານເຮືອນໄດ້.
ເພື່ອຄວາມ ກະຈ່າງແຈ້ງ ວິທຍຸເອເຊັຍເສຣີ ໄດ້ຖາມໄປທາງ ແຂວງພາກໃຕ້ ຂອງລາວ ເຊັ່ນແຂວງ ສາຣະວັນ ປັດຈຸບັນ ຣະດັບນໍ້າ ໃນແມ່ນໍ້າຂອງ ແລະ ລໍານໍ້າສາຂາ ຍັງຢູ່ໃນ ສະພາບປົກກະຕິ ບໍ່ໜ້າເປັນຫ່ວງ. ເຈົ້າໜ້າທີ່ ກົມອຸຕຸນິຍົມ ແຂວງ ສາຣະວັນ ເວົ້າວ່າ:
"ຖືວ່າຢູ່ ສາລະວັນນີ່ ເຂົາມີແຕ່ລາວັດແທກນໍ້າ ມີແຕ່ສາຍນໍ້າ ເຊໂດນເນາະ ຖືວ່າສາຂາ ຂອງແມ່ນໍ້າຂອງ ນັ້ນແຫລ່າະ ໄຫລລົງສູ່ ນໍ້າຂອງເນ໋າະ ເອີນໍ້າເຊໂດນ ຢູ່ເມືອງຄົງກໍ 7 ແມັດ".
ເຈົ້າໜ້າທີ່ ເຕືອນວ່າ ປັດຈຸບັນເຖີງວ່າ ຣະດັບນໍ້າ ໃນແມ່ນໍ້າເຊໂດນ ແລະ ສາຍນໍ້າສາຂາອື່ນໆ ຈະຍັງຢູ່ໃນ ສະພາບປົກກະຕິ ແຕ່ປະຊາຊົນ ທີ່ອາສັຍຢູ່ ຕາມແຄມນໍ້າ ຄວນຣະມັດຣະວັງ ພັຍອັນຕະລາຍ ທີ່ອາດຈະເກີດຂື້ນ ຢ່າງກະທັນຫັນໄດ້.