ນ້ຳຂອງແຫ້ງສ້າງບັນຫາ ການຄ້າທາງເຮືອ
2012.05.11
ກົດຟັງສຽງ
ຊາວບ້ານບຸ່ງຄ້າ ທີ່ແຂວງບືງການ ຂອງໄທ ເປີດເຜີຍວ່າ ການລົດລົງຂອງ ແມ່ນ້ຳຂອງ ແບບຜິດ ປົກກະຕິ ໃນປີນີ້ ສົ່ງຜົລກະທົບ ຕໍ່ການຄ້າ ຂອງ ປະຊາຊົນ ທັງຝັ່ງລາວໄທ ຣະຫວ່າງ ເມືອງປາກກະດິງ ຂອງລາວ ແລະບ້ານ ບຸ່ງຄ້າ ຂອງໄທ ຢ່າງໃຫຍ່ຫລວງ ຍ້ອນວ່າ ເມື່ອນ້ຳລົດລົງ ກຸ່ມພໍ່ຄ້າແມ່ຄ້າ ຕ້ອງໄດ້ຈ້າງຄົນ ແບກຫາມສີນຄ້າ ຂື້ນຈາກຝັ່ງ ອີກທອດນື່ງ ເພາະການຂົນສົ່ງ ທາງເຮືອ ມີບັນຫາ. ດັ່ງ ນາຍ ບັນລື ນັກວິຈັຍ ຊາວໄທ ບ້ານບຸ່ງຄ້າ ກ່າວວ່າ:
"ສຳລັບບ້ານ ບຸ່ງຄ້າ ງານວິຈັຍ ສຸດທ້າຍກໍຄື ການຄ້າຊາຍແດນ ແມ່ຄ້າທີ່ ມາຈາກລາວ ກໍບໍ່ຢາກມາ ມັນມີຄວາມ ເສັຽຫາຍເພາະ ການຈ້າງໃຫ້ ຜູ້ແບກ ຂອງຂື້ນຝັ່ງ ມັນແມ່ນ ຜົລກະທົບ ຈາກວິຖີຊິວິດ ການປ່ຽນແປງ ຂອງການເຮັດ ເຂື່ອນ ການຂື້ນລົງ ຂອງ ແມ່ນ້ຳຂອງ ຜິດປົກກະຕິ".
ຊາວບ້ານບຸ່ງຄ້າ ຄົນດັ່ງກ່າວ ເປີດເຜີຍ ຕໍ່ໄປວ່າ ຈາກຂໍ້ມູນ ການສຶກສາ ປີທີ່ຜ່ານ ມາພົບວ່າ ມູນຄ່າການຄ້າ ຊາຍແດນ ລາວ-ໄທ ຣະຫວ່າງ ບ້ານບຸ່ງຄ້າ ກັບເມືອງ ປາກກະດິງ ໄທສາມາດ ຂາຍສິນຄ້າ ໃຫ້ລາວຕົກເປັນ ມູນຄ່າ ປະມານ 1 ພັນ 8 ຮ້ອຍກວ່າ ລ້ານບາດ ຫລຸດລົງຈາກປີ 2010 ຫລາຍແສນບາດ ເນື່ອງຈາກວ່າ ແມ່ຄ້າລາວ ເດີນທາງເຂົ້າມາ ຊື້ສີນຄ້າ ໃນໄທນ້ອຍລົງ ໃນຊ່ວງຣະດູ ແລ້ງ ຍ້ອນຄ່າໃຊ້ຈ່າຍ ໃນການຂົນສົ່ງ ສີນຄ້າສຸງ.
ເຖິງແມ່ນວ່າ ຈະມີຜົລດີຕໍ່ ກັມມະກອນໄທ ໃນການໄດ້ ວຽກແບກຫາມ ແຕ່ສຳລັບ ຊາວລາວແລ້ວ ບໍ່ກຸ່ມຄ່າ ເພາະຕົ້ນທືນສູງ ໃນການຊື້ ສີນຄ້າໄປຂາຍ.