6 ບັນຫາໃຫຍ່ ໃນ ນ.ຄ ວຽງຈັນ

6 ບັນຫາ ທີ່ມີ ປາກົດການ ຫຍໍ້ທໍ້ ໃນ ນະຄອນຫລວງ ວຽງຈັນ.

ເດັກນ້ອຍ ທີ່ຂາດ ຜູ້ປົກຄອງ ໃນນະຄອນຫຼວງ ວຽງຈັນ
ເດັກນ້ອຍ ທີ່ຂາດ ຜູ້ປົກຄອງ ໃນນະຄອນຫຼວງ ວຽງຈັນ (pix-pro)

0:00 / 0:00

ຫົວໜ້າ ຜແນກ ຖະແຫລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ນະຄອນຫລວງ ວຽງຈັນ ຍານາງ ວັນເພັງ ແກ້ວນະຄອນ ເປີດເຜີຽ ເມື່ອບໍ່ນານ ມານີ້ວ່າ 6 ບັນຫາ ປາກົດການ ຫຍໍ້ທໍ້ ໃນນະຄອນຫລວງ ວຽງຈັນ ມີຄື:

1- ການເສພ ຊື້ ແລະຂາຍ ຢາເສພຕິດ. 2- ການງັດແງະ ປຸ້ນຈີ້ ຊີງຊັພ ພົລເມືອງ ການກໍ່ ອາສຍາກັມ ອາດຍາ. 3- ການມົ້ວສຸມ ຫລິ້ນກິນ ຟຸມເຟືອຍ. 4- ການຈະຣາຈອນ ທີ່ແອອັດ ສິ່ງກີດຂວາງ ຕາມຖນົນ ແລະ ອຸບັດຕິເຫດ ຕາມຖນົນ. 5- ບັນຫາ ຄົນຂໍທານ ບ້າໄບ້ ເສັຽຈິດ ເດັກນ້ອຍ ບໍ່ມີ ຜູ້ປົກຄອງ ແຮງງານ ຕ່າງ ປະເທດ ຜິດກົດໝາຍ. 6- ບັນຫາ ຄວາມບໍ່ສະອາດ ສວຍງານ ແລະ ການຮັກສາ ສິ່ງແວດລ້ອມ ພາຍໃນ ໂຕເມືອງ.

ຍານາງວ່າ ມີການໃຊ້ ສະຖານທີ່ ບັນເທິງ ແລະ ຮ້ານກິນດື່ມ ໄປໃນທາງ ທີ່ຜິດ ອັນເຮັດໃຫ້ ສະຖານທີ່ ເຫລົ່ານັ້ນ ກາຍເປັນບ່ອນ ມົ້ວສຸມ ຂອງການຫລິ້ນກິນ ຟຸມເຟືອຍ ການຄ້າ ປະເວນີ. ຍິ່ງໄປກວ່ານັ້ນ ຍັງເກີດມີ ການຜິດຖຽງ ວິວາດກັນ ເຮັດໃຫ້ສັງຄົມ ຂາດຄວາມສງົບ.